• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດອິນໂດເນເຊຍ

(ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບ
ລັດຖະມົນຕີກະຊວງປ້ອງກັນປະເທດອິນໂດເນເຊຍ)
      ຕອນ​ບ່າຍ​ວັນ​ທີ 08/08, ຢູ່່​ຮ່າ​ໂນ້ຍ, ທີ່​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕ​ີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອິນ​ໂດ​ເນ​ເຊ​ຍ Ryamizard Ryacudu ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽ​ດ​ນາມ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄ​ດ້​ຕີ​ລາ​ຄາ​ສ​ູງໝາກ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ, ໂດຍ​ສະ​ເພາະ​ແມ່​ນ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ແລະ ການ​ປ້ອງ​ກັ​ນ​ຊ​າດ​ປ້ອງ​ກັນ​ຄວາມ​ສະ​ຫງົບ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ປາດ​ຖະ​ໜາ​ຢາກ​ໃຫ້​ອິນ​ໂ​ດ​ເນ​ເຊຍ ພ້ອມ​ກັບ​ຫວຽດ​ນາມ ແລະ ບ​ັນ​ດາ​ປະ​ເທດ​ອາຊຽນ ອື່ນ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ຂອງ​ປະ​ຊາ​ຄົມ​ອາ​ຊຽນ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ສະ​ເໜີ​ໃຫ້​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ 2 ປະ​ເທດ ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ດ້​ານ​ປ້ອງ​ກັນ​ຊາດ​ທີ່​ໄດ້​ຕົກ​ລົງ​ແລ້ວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ສະ​ເໜີ​ໃຫ້​ບັນ​ດາ​ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ທະ​ເລ​ຂອງ 2 ປະ​ເທດ ຕ້ອງ​ມີ​ມາດ​ຕະ​ການ​ສຶກ​ສາ, ສະ​ກັດ​ກັ້ນ​ຊາວ​ປະ​ມົງ​​ເມື່ອລະ​ເມີດ​ເຂດ​ນ່ານ​ທະ​ເລ​ຂອງ​ກັນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top