• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດເຈິ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດອາເມລິກາTed Osius

 
       ຕອນ​ບ່າຍ​ວັນ​ທີ 31/3, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ເຈິ່ນດ້າຍ​ກວາງ ​ໄດ້​ໃຫ້ການ​ຕ້ອນຮັບທ່ານເອກ​ອັກຄະ​ລັດຖະ​ທູດ​ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ Ted Osius ​ເຂົ້າ​ຢ້ຽມ​ຄຳນັບ ​ແລະ​ແລກປ່ຽນ​ກ່ຽວ​ກັບ​ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ, ​ໃນ​ນັ້ນ​ມີ​ເລື່ອງ​ຮ່ວມ​ມື​ຈັດ​ຕັ້ງ​ປີ APEC 2017 ​ແລະ​ກອງ​ປະຊຸມ​ຂັ້ນ​ສູງ APEC ຄັ້ງ​ທີ 25 ຢູ່ ຫວຽດນາມ. ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ເຈິ່ນດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ, ທັງ​ສອງ​ຝ່າຍ​ຄວນ​ສືບ​ຕໍ່​ຊຸກຍູ້​ບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ ​ແລະ ການ​ພົບ​ປະລະ​ຫວ່າງ​ການ​ນຳ​ສອງ​ປະ​ເທດ, ສິ່ງ​ດັ່ງກ່າວ​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ. ທ່ານ​ປະທານ​ປະ​ເທດ ເຈິ່ນດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ ຫວຽດນາມ ຊົມ​ເຊີຍ​ເລື່ອງ ອາ​ເມ​ລິ​ກາ ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ໃນ​ການ​ຮັກສາ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ການບິນ, ສະໜັບສະໜູນ​ເລື່ອງ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ຜ່ານ​ບັນດາ​ມາດ​ຕະການ​ທາງ​ການ​ທູດ, ການ​ເຈລະຈາ ​ແລະ ອີງ​ຕາມ​ກົດໝາຍ​ສາກົນ.
ສ່ວນທ່ານເອກ​ອັກຄະ​ລັດຖະ​ທູດ​ Ted Osius ກໍ່​ຢືນຢັນ​ຈະ​ສືບ​ຕໍ່​ຊຸກຍູ້​ອຳນາດ​ການ​ປົກຄອງ, ສະພາ​ແຫ່ງ​ຊາດ, ປະຊາ​ຄົມ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ; ​ພ້ອມ​ທັງເນັ້ນ​ໜັກ​ວ່າ ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ອາ​ເມ​ລິ​ກາ - ຫວຽດນາມ ພວມ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຕັ້ງໜ້າ​ນັບ​ທັງ​ສອງ​ຝ່າຍ, ພາກ​ພື້ນ ​ແລະ ​ໂລກ.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top