• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ໂຕເລິມ ແລະ ທ່ານປະທານາທິບໍດີ Vladimir Putin ພົບປະກັບການນຳສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ

ທ່ານປະທານາທິບໍດີ Vladimir Putin ຕີລາຄາສູງບັນດາການປະກອບສ່ວນສຳຄັນຂອງນັກສຶກສາ ຫວຽດນາມ ຮ່ຳຮຽນຢູ່ ລັດເຊຍ ລຸ້ນຕ່າງໆ ທີ່ໄດ້ປະກອບສ່ວນໃຫ້ແກ່ສາຍພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອໃນຫຼາຍປີຜ່ານມາ.
ທີ່ການພົບປະກັບການນຳສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ແລະ ອະດີດນັກສຶກສາ ຫວຽດນາມ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ ຫວຽດນາມ ທາງລັດຖະກິດ, ຕອນບ່າຍວັນທີ 20 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະກັບການນຳສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ແລະ ອະດີດນັກສຶກສາ ຫວຽດນາມ ລຸ້ນຕ່າງໆທີ່ເຄີຍຮ່ຳຮຽນຢູ່ ລັດເຊຍ.

        ຢູ່ທີ່ນີ້, ທ່ານປະທານາທິບໍດີ Vladimir Putin ຕີລາຄາສູງບັນດາການປະກອບສ່ວນສຳຄັນຂອງນັກສຶກສາ ຫວຽດນາມ ຮ່ຳຮຽນຢູ່ ລັດເຊຍ ລຸ້ນຕ່າງໆ ທີ່ໄດ້ປະກອບສ່ວນໃຫ້ແກ່ສາຍພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອໃນຫຼາຍປີຜ່ານມາ. ທ່ານ Vladimir Putin ຫວັງວ່າ, ນັກສຶກສາ ຫວຽດນາມ ລຸ້ນຕ່າງໆຈະສືບຕໍ່ແມ່ນຂົວຕໍ່ເພື່ອໃຫ້ລຸ້ນໜຸ່ມ ຫວຽດນາມ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວັດທະນະທຳ, ປະເທດຊາດ ແລະ ຊາວ ລັດເຊຍ, ປະກອບສ່ວນຮັກສາ ແລະ ພັດທະນາສາຍພົວພັນທີ່ເປັນມູນເຊື້ອມິດຕະພາບລະຫວ່າງ 2 ປະເທດ.

        ໃນຂະນະນັ້ນ, ທ່ານປະທານປະເທດ ໂຕເລິມ, ຢືນຢັນວ່າ:

        “ປະຊາຊົນ ຫວຽດນາມ ຍາມໃດກໍ່ຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຈົດຈຳນ້ຳໃຈສະໜິດຕິດພັນ, ສັດຊື່ບໍລິສຸດຂອງບັນດາເພື່ອນຊາວ ລັດເຊຍ. ໃນສະພາບການໂລກ ແລະ ພາກພື້ນມີການຜັນແປສັບສົນຫຼາຍຢ່າງ, ຍາກທີ່ຈະຄາດຄະເນໄດ້ນັ້ນ, ຫວຽດນາມ ແລະ ສະຫະພັນ ລັດເຊຍ ຈະສືບຕໍ່ເສີມສ້າງມູນເຊື້ອສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ສືບຕໍ່ຮຽງບ່າຮຽງໄຫຼ່, ຊ່ວຍເຫຼືອເຊິ່ງກັນແລະກັນເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ”.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່າວ​ເຕືອນ​ຄວາມ​ເຄັ່ງ​ຕຶງ​ທົ່ວ​ໂລກ​ເພີ່ມ​ຂຶ້ນ, ຄວາມ​ສ່ຽງ​ແຜ່​​ຂະ​ຫຍາຍອາ​ວຸດ​ນິວ​ເຄຼຍເກີດ​ຂຶ້ນ​ຄືນ​ໃໝ່

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່າວ​ເຕືອນ​ຄວາມ​ເຄັ່ງ​ຕຶງ​ທົ່ວ​ໂລກ​ເພີ່ມ​ຂຶ້ນ, ຄວາມ​ສ່ຽງ​ແຜ່​​ຂະ​ຫຍາຍອາ​ວຸດ​ນິວ​ເຄຼຍເກີດ​ຂຶ້ນ​ຄືນ​ໃໝ່

ການແບ່ງແຍກກ່ຽວກັບພູມີສາດການເມືອງ ແລະ ການເສຍຄວາມໄວ້ວາງໃຈທີ່ນັບມື້ນັບເພີ່ມຂຶ້ນໄດ້ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ ແລະ ຊຸກຍູ້ການແຂ່ງຂັນດ້ານອາວຸດນິວເຄຼຍຄັ້ງໃໝ່.

Top