• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢ້ຽມຢາມແລະເຮັດວຽກກັບເຫຼົ່າທັບປ້ອງກັນອາກາດ-ກອງທັບອາກາດ


ທ່ານປະທານປະເທດ ເຈີ່ນດ້າຍກວາງ ທ່ີພິທີ
      ​ໂດຍ​ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ 8 ​ແລະ ວັນຊາດ ຫວຽດນາມ 2/9, ວັນ​ທີ 19/8, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ເຫຼົ່າ​ທັບ​ປ້ອງ​ກັນ​ອາກາດ ​- ກອງທັບອາກາດ (ກະຊວງ​ປ້ອງ​ກັນ​ຊາດ). ກ່າວ​ຄຳ​ເຫັນ​ທີ່​ການ​ເຮ​ັດວຽກ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ສູ້​ຊົນ, ບັນດາ​ວິລະ​ກຳ, ຜົນງານ​ອັນ​ໃຫຍ່​ຫຼວງ​ທີ່​ເຫຼົ່າ​ທັບ​ປ້ອງ​ກັນ​ອາກາດ ​- ​ກອງທັບອາກາດ ບັນ​ລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ປະທານ​ປະ​ເທດ ສະ​ເໜີ​ວ່າ ເຫຼົ່າ​ທັບ​ປ້ອງ​ກັນ​ອາກາດ ​- ​ກອງທັບອາກາດ ຕ້ອງ​ເບິ່ງ​ແຍງ​ດູ​ແລ​ການ​ກໍ່ສ​້າງກົມ​ກອງ​ໃຫ້​ເຂັ້ມ​ແຂງເປັນ​ປະຈຳຮອບດ້ານ, ກໍ່​ເອົາ​ການ​ກໍ່ສ້າງການ​ເມືອງ​ເປັນ​ພື້ນຖານ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບສັງ​ລວມ ​ແລະ ກຳລັງ​ແຮງ​ຕໍ່ສູ້. ພ້ອມ​ທັງ​ເບິ່ງ​​ແຍ​ງດູ​ແລ​ການສ​້າງອົງການ​ພັກຂັ້ນ​ຮາກ​ຖານ​ໃຫ້ປອດ​ໄສ, ໝັ້ນ​ຄົງ​ເຂັ້ມ​ແຂງ, ​ຖັນ​ແຖວ​ພະນັກງານ, ສະມາຊິກ​ພັກ​​ໃຫ້​ມີ​ລະດັບ​ພຽງພໍ​ຕອບ​ສະໜອງ​ຄວາມ​ຕ້ອງການ, ໜ້າ​ທີ່​ໃໝ່:
        “ເຫຼົ່າ​ທັບ​ປ້ອງ​ກັນ​ອາກາດ ​- ກອງທັບອາກາດ  ຕ້ອງ​ກໍ່ສ້າງ​ທະຫານ​​ໃຫ້​ມີ​ຄຸນ​ນະ​ທາດ​ການ​ເມືອງໜັກ​ແໜ້ນ, ຕັດສິນ​ໃຈ​ຕໍ່ສູ້​ສູງ, ມີ​ນ້ຳ​ໃຈ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ກຸ້ມ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ກຽມພ້ອມ​ຕີ​ເອົາ​ໄຊ​ຊະນະ​ກັບ​ທຸກໆ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ​ສັດຕູ… ສົມທົບກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາກົມ​ກອງ, ທ້ອງ​ຖິ່ນ​ກ່ຽວຂ້ອງ, ປະກອບສ່ວນ​ປົກ​ປັກ​ຮັກ​ສາ​ເຂດ​ນ່ານຟ້າ, ນ່ານທະ​ເລ, ຊາຍ​ແດນ, ໝູ່​ເກາະ​ຂ​ອງປະ​ເທດ​ຊາດ”
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top