• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ສປປ.ເກົາຫຼີ Kim Jong-un ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ

ທ່ານ Kim Jong-un ປະທານພັກແຮງງານ ສປປ.ເກົາຫຼີ, ປະທານຄະນະກໍາມະການປ້ອງກັນປະເທດ ແຫ່ງ ສປປ.ເກົາຫຼີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ສປປ.ເກົາຫຼີ ໄດ້ຂຶ້ນລົດໄຟ ກັບເມືອປະເທດ, ສິ້ນສຸດການຢ້ຽມຢາມ ສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ.
ຕອນບ່າຍວັນທີ 2 ມີນາ 2019, ທ່ານ Kim Jong-un ປະທານພັກແຮງງານ ສປປ.ເກົາຫຼີ, ປະທານຄະນະກໍາມະການປ້ອງກັນປະເທດ ແຫ່ງ ສປປ.ເກົາຫຼີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ສປປ.ເກົາຫຼີ ໄດ້ຂຶ້ນລົດໄຟ ກັບເມືອປະເທດ, ສິ້ນສຸດການຢ້ຽມຢາມ ສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ.

ທ່ານ Kim Jong-un  ຂຶ້ນລົດໄຟ ກັບເມືອປະເທດ, ສິ້ນສຸດການຢ້ຽມຢາມ ສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ

ເຂົ້າຮ່ວມພິທີສົ່ງທ່ານ ປະທານ Kim Jong-un ຢູ່ສະຖານີລົດໄຟ ດົ່ງດັງ, ແຂວງລ້າງເຊີນຫວຽດນາມ ລວມມີ ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ພ້ອມກັບການນໍາຫ້ອງວ່າການລັດຖະບານ ແລະ ກະຊວງ, ຂະແໜງການຂັ້ນສູນກາງ ແລະ ແຂວງລ້າງເຊີນ ພ້ອມດ້ວຍປະຊາຊົນເປັນຈໍານວນຫຼວງຫຼາຍ.

        ທ່ານປະທານ Kim Jong-un ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພ້ອມດ້ວຍການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບຢ່າງສົມກຽດ, ສະໜິດສະໜົມ ແລະ ມິດຕະພາບ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top