ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມວາລະປະຊຸມຄັ້ງທີ 1 ຄະນະຊີ້ນຳສູນກາງເງິນສາກົນ ຢູ່ ຫວຽດນາມ
ໃນສະພາບການເສດຖະກິດໂລກສືບຕໍ່ມີການຜັນແປໂດຍໄວ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ເລື່ອງ ຫວຽດນາມເປັນເຈົ້າການກຳນົດບົດບາດໃໝ່ໃນເຄືອຂ່າຍການເງິນສາກົນ ແມ່ນຄວາມຮຽກຮ້ອງຕ້ອງເປັນໄປ, ສິ່ງນີ້ຮຽກຮ້ອງວິວັດການປ່ຽນແປງຈິນຕະຍາການຈາກການເຂົ້າຮ່ວມ ໄປສູ່ການສ້າງສັນຖານະຕຳແໜ່ງ. ນີ້ແມ່ນການເນັ້ນໜັກຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ວາລະປະຊຸມຄັ້ງທີ 1 ຂອງຄະນະຊີ້ນຳສູນກາງການເງິນສາກົນ ຢູ່ ຫວຽດນາມ ທີ່ໄດ້ດຳເນີນໃນຕ່ອນບ່າຍວັນທີ 16 ມັງກອນຢູ່ຮ່າໂນ້ຍ.
ເນັ້ນໜັກເຖິງເປົ້າໝາຍໃນການສ້າງສູນການເງິນສາກົນທີ່ທັນສະໄໝ, ໂປ່ງໄສ, ມີປະສິດທິຜົນ, ພ້ອມທັງມຸ່ງໄປເຖິງເປົ້າໝາຍຮອດປີ 2035, ຫວຽດນາມ ຈະນອນໃນກຸ່ມ 75 ສູນການເງິນໂລກແລະ ກຸ່ມ 25 ສູນການເງິນພາກພື້ນອາຊີ - ປາຊີຟິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ:
ຫວຽດນາມເດີນຕາມຫຼັງແຕ່ຕ້ອງສືບທອດ, ຄັດເລືອກ, ເສີມຂະຫຍາຍສິ່ງຍອດຢ້ຽມຂອງໂລກເພື່ອຜັນຂະຫຍາຍ. ພວກເຮົາຕ້ອງປະຕິບັດສຳເລັດ, ໝາຍຄວາມວ່າບໍ່ໄດ້ທົດລອງອີກ. ຜົນສຳເລັດນຳມາເຊິ່ງປະສິດທິຜົນໃຫ້ແກ່ປະເທດຊາດ, ຊົນຊາດ, ພິເສດໃຫ້ສອງນະຄອນ ຮັບຜິດຊອບໜ້າທີ່ກ່ຽວກັບການເຄື່ອນໄຫວຂອງສອງສູນການເງິນສາກົນ. ຄວາມຮັບຜິດຊອບຍິ່ງສູງຜົນປະໂຫຍດກໍ່ຫຼາຍ. ເພາະສະນັ້ນ, ສອງນະຄອນຕ້ອງເປັນເຈົ້າການ, ຕັ້ງໜ້າ.
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ຊ້າສຸດແມ່ນວັນທີ 9 ກຸມພາ 2026 ສູນການເງິນສາກົນຢູ່ນະຄອນໂຮ່ຈີມິນຕ້ອງເປີດນຳໃຊ້ເພື່ອນຳເຂົ້າເຄື່ອນໄຫວຢ່າງເປັນທາງການ.








