ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງກວດກາວຽກງານຮັບມືກັບ ພາຍຸນ້ຳຖ້ວມຢູ່ເຂດແຄມແມ່ນ້ຳທີ່ ຮ່າໂນ້ຍ
ວັນທີ 9 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງກວດກາວຽກງານຮັບມືກັບພາຍຸນ້ຳຖ້ວມຢູ່ບັນດາຕາແສງ ຈຸງຢ້າ, ດາຟຸກ, ນະຄອນຮ່າໂນ້ຍ ເຊິ່ງແມ່ນບ່ອນທີ່ພວມຖືກນ້ຳຖ້ວມເລິກ ຍ້ອນນ້ຳຢູ່ບັນດາແມ່ນ້ຳເພີ່ມຂຶ້ນສູງ. ທີ່ການລົງກວດກາສະຖານທີ່ຕົວຈິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ນີ້ແມ່ນບັນດາເຂດທີ່ຈຳເປັນ, ຮຽກຮ້ອງໃຫ້ນະຄອນຮ່າໂນ້ຍ ຕ້ອງສົມທົບກັບບັນດາກະຊວງ, ຂະແໜງການ, ຫົວໜ່ວຍທີ່ກ່ຽວຂ້ອງຕິດຕາມການຜັນແປຂອງນ້ຳຖ້ວມຢ່າງໃກ້ຊິດ ເພື່ອມີບັນດາແຜນການຮັບມືທີ່ເໝາະສົມ, ນັບທັງຄິດໄລ່ເຖິງວິທີການດີທີ່ສຸດ ເພື່ອເປັນເຈົ້າການໃນການຍົກຍ້າຍປະຊາຊົນ 30.000 ຄົນ ໄປຍັງເຂດປອດໄພ. ທ່ານໃຫ້ຮູ້ວ່າ:
ຖ້າດັດສົມຄວບຄຸມລະດັບແມ່ນ້ຳກົງເປັນຢ່າງດີ ບໍ່ປະໃຫ້ຄັນຄູແຕກ, ບໍ່ປະໃຫ້ນ້ຳລົ້ນນັ້ນ, ຮ່າໂນ້ຍຈະປອດໄພ. ແຕ່ໃນກໍລະນີຄັນຄູແຕກ, ຮ່າໂນ້ຍບໍ່ມີຄວາມປອດໄພ. ວິທີການແມ່ນຕ້ອງກະກຽມພາຫະນະ, ຈັດສົ່ງພາຫະນະຍົກຍ້າຍປະຊາຊົນ 30.000 ຄົນ. ແຈ້ງໃຫ້ປະຊາຊົນຮັບຊາບເພື່ອຍາມໃດກໍ່ກຽມພ້ອມ. ຖ້າຕ້ອງຍົກຍ້າຍ ກອງທັບຈະເຂົ້າໄປໜູນຊ່ວຍທັນທີ, ຊ່ວຍເຫຼືອຜູ້ມີອາຍຸສູງ, ເດັກນ້ອຍ, ຜູ້ມີຄວາມສ່ຽງສູງກ່ວາໝູ່ໃຫ້ອອກໄປກ່ອນ.