ດ້ວຍຈຳນວນບັດເຫັນດີ 54 ບັດແລະ ບັດຄ້ານ 45 ບັດ, ສະພາສູງບໍ່ສາມາດຮັບຮອງເອົາຂໍ້ສະເໜີຂອງພັກສາທາລະນະທີ່ຍົກອອກມາ ເພື່ອສະໜອງງົບປະມານໃຫ້ແກ່ລັດຖະບານຮອດກາງເດືອນ ພະຈິກ.
ຫໍສະພາແຫ່ງຊາດ ອາເມລິກາ (ພາບປະກອບ: THX/TTXVN)
ສະພາບລັດຖະບານ ອາເມລິກາ ປິດປະຕູຍັງບໍ່ທັນມີສັນຍານຢຸດຕິລົງ ພາຍຫຼັງທີ່ວັນທີ 08 ຕຸລາ (ຕາມເວລາທ້ອງຖິ່ນ) ບັນດາສະມາຊິກລັດຖະສະພາສູງອີກເທື່ອໜຶ່ງໄດ້ປະຕິເສດເປີດປະຕູລັດຖະບານຄືນໃໝ່ຂອງທັງພັກສາທາລະນະ ແລະ ພັກປະຊາທິປະໄຕ.
ດ້ວຍຈຳນວນບັດເຫັນດີ 54 ບັດແລະ ບັດຄ້ານ 45 ບັດ, ສະພາສູງບໍ່ສາມາດຮັບຮອງເອົາຂໍ້ສະເໜີຂອງພັກສາທາລະນະທີ່ຍົກອອກມາ ເພື່ອສະໜອງງົບປະມານໃຫ້ແກ່ລັດຖະບານຮອດກາງເດືອນ ພະຈິກ ຍ້ອນບໍ່ມີບັດສະໜັບສະໜູນທີ່ຈຳເປັນຄົບຢ່າງໜ້ອຍສຸດ 60 ບັດ ເພື່ອນຳຮ່າງກົດໝາຍກ້າວໄປເຖິງການປ່ອນບັດໄລຍະສຸດທ້າຍ. ສະພາສູງກໍ່ໄດ້ປະຕິເສດຮ່າງກົດໝາຍວ່າດ້ວຍລາຍຈ່າຍໃນໄລຍະສັ້ນປ່ຽນແທນຂອງພັກປະຊາທິປະໄຕ ຕາມການແບ່ງເສັ້ນແດນພັກຝ່າຍ. ການປ່ອນບັດນີ້ໄດ້ສ້າງຂີດໝາຍເປັນຄັ້ງທີ 6 ບັນດາຂໍ້ຕົກລົງຖືກປະຊາໄຊຢູ່ສະພາສູງ.
ບັນດາການກະທຳດັ່ງກ່າວດຳເນີນໄປໃນສະພາບທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ກ່າວເຕືອນວ່າ ທ່ານສາມາດສະກັດກັ້ນການເບີກຈ່າຍເງິນເດືອນໃຫ້ແກ່ບັນດາພາລະກອນສະຫະລັດທີ່ພວມຖືກພັກງານໂດຍຊົ່ວຄາວ ພາຍຫຼັງເລື່ອງລັດຖະບານຖືກປິດປະຕູໃນຄັ້ງນີ້ສິ້ນສຸດລົງ, ເຊິ່ງແມ່ນການປ່ຽນແປງຢ່າງໃຫຍ່ຫຼວງເມື່ອທຽບໃສ່ບັນດາການປິດປະຕູກ່ອນໜ້ານັ້ນ.
(ແຫຼ່ງຄັດຈາກ VOV)