• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນ້ຳ​ຖ້ວມ​ຢູ່ຫຼາຍ​ທ້ອງ​ຖິ່ນ​ເຂດ​ພາກ​ເໜືອ ມີ​ລະ​ດັບ​ສູງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ

ຕາມການລາຍງານເບື້ອງຕົ້ນ ຂອງໄທງວຽນ ມາຮອດຕອນບ່າຍວັນທີ 8 ຕຸລາ, ທົ່ວແຂວງ ໄທງວຽນມີ 4 ຄົນເສຍຊີວິດ, 2 ຄົນຫາຍສາບສູນ ແລະ 2 ຄົນຖືກບາດເຈັບ, ມີເຮືອນປະມານ 200.000 ຫຼັງຖືກນ້ຳຖ້ວມ…
ໂຮງຮຽນມັດທະຍົມຕອນປາຍກິນນອນ ຊົນເຜົ່າ ນາຣີ ຖືກນ້ຳຖ້ວມ (ພາບ: VOV)

ຕາມແຈ້ງການຂອງສູນອຸຕຸນິຍົມ ອຸທົກກະສາດ ແຫ່ງຊາດ, ປັດຈຸບັນມີ 74 ຕາແສງ ຂອງ 4 ແຂວງເຂດພາກເໜືອແມ່ນ ໄທງວຽນ, ກາວບັ່ງ, ບັກນິງ ແລະ ລ້າງເຊີນ ຖືກນ້້ຳຖ້ວມຢ່າງໜັກໜ່ວງ, ມີບ່ອນເລິກທີ່ສຸດແມ່ນ 3 ແມັດ, ໃນນັ້ນມີ ໄທງວຽນ ຄາດວ່າຍັງຈະຖືກນ້ຳຖ້ວມໃນ 2 – 3 ມື້ຈະມາເຖິງ, ບັກນິງນ້ຳຂຶ້ນສູງກ່ວາລະດັບສູງທີ່ສຸດໃນປະຫວັດສາດເມື່ອປີ 1986, ມີລະດັບສູງທີ່ສຸດໃນ ຕອນເຊົ້າວັນທີ 9 ກັນຍາ.

ຢູ່ໄທງວຽນ, ຕາມການຄາດຄະເນຂອງອົງການວິຊາການ ແຂວງ ໄທງວຽນແລ້ວ, ສະພາບການນ້ຳຖ້ວມຢູ່ບັນດາຕາແສງໃຈກາງແຂວງ ຈະຍັງສືບຕໍ່ໃນຫຼາຍມື້ຈະມາເຖິງ. ຕາມການລາຍງານເບື້ອງຕົ້ນ ຂອງໄທງວຽນ ມາຮອດຕອນບ່າຍວັນທີ 8 ຕຸລາ, ທົ່ວແຂວງ ໄທງວຽນມີ 4 ຄົນເສຍຊີວິດ, 2 ຄົນຫາຍສາບສູນ ແລະ 2 ຄົນຖືກບາດເຈັບ, ມີເຮືອນປະມານ 200.000 ຫຼັງຖືກນ້ຳຖ້ວມ…ຢູ່ຫຼາຍທ້ອງຖິ່ນ, ນ້ຳຖ້ວມຍັງຢູ່ລະດັບສູງ, ຫຼາຍຄອບຄົວຍັງຖືກຕັດຂາດຈາກພາຍນອກທ່າມກາງນ້ຳຖ້ວມ. ທ່ານ ດິງກວາງຕວຽນ, ປະທານແນວໂຮມປະເທດຊາດ ຫວຽດນາມ ແຂວງໄທງວຽນເວົ້າວ່າ:

ປັດຈຸບັນ, ຈິດໃຈຫຼັກໃນເບື້ອງຕົ້ນ ແມ່ນກອບກູ້ ແລະ ນຳສົ່ງປະຊາຊົນໄປຍັງເຂດປອດໄພ ແລະ ບຳບັດນ້ຳ ຢູ່ບັນດາເຂດຖືກນ້ຳຖ້ວມ, ພ້ອມທັງໜູນຊ່ວຍອາຫານການກິນ ໃຫ້ແກ່ປະຊາຊົນ. ເຖິງຢ່າງໃດກໍຕາມ, ປັດຈຸບັນ ພວກເຮົາພວມປະສົບກັບຄວາມຫຍຸ້ງຍາກ ໃນການເຕົ້າໂຮມອາຫານການກິນ ກໍ່ຄືເຄື່ອງໃຊ້ທີ່ຈຳເປັນອື່ນໆ, ຍ້ອນວ່າທຸກບ່ອນລ້ວນແຕ່ຖືກນ້ຳຖ້ວມ.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີຊີ້ນຳ: ບໍ່ປະໃຫ້ປະຊາຊົນຂາດແຄນອາຫານ, ເຄື່ອງນຸ່ງ, ຫິວ ແລະ ໜາວຢ່າງເດັດຂາດ

ນາຍົກລັດຖະມົນຕີຊີ້ນຳ: “ບໍ່ປະໃຫ້ປະຊາຊົນຂາດແຄນອາຫານ, ເຄື່ອງນຸ່ງ, ຫິວ ແລະ ໜາວຢ່າງເດັດຂາດ”

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ລະດົມທຸກແຫຼ່ງກຳລັງໜູນຊ່ວຍປະຊາຊົນບັນດາເຂດຖືກໄພທຳມະຊາດແກ້ໄຂຜົນຮ້າຍຢ້ອນຫຼັງ, ຮັບປະກັນຊີວິດການເປັນຢູ່ໃຫ້ເປັນປົກກະຕິໂດຍໄວ.

Top