• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນ, ນັກ​ຮຽນ​ຮູ້​ອັງ​ກິດ​ຕີ​ລາ​ຄາ​ຕັ້ງ​ໜ້າ​ກ່ຽວ​ກັບ​ເລື່ອງ ຫວຽດ​ນາມ ຍົກ​ລະ​ດັບ​ຕະຫຼາດຫຼັກ​ຊັບ

ໜັງສືພິມ Financial Times, ໄດ້ລົງຂ່າວວ່າ ເປັນຄັ້ງທຳອິດ ທີ່ຫວຽດນາມ ໄດ້ຮັບການຍົກລະດັບຂຶ້ນເປັນຕະຫຼາດແລກປ່ຽນຫາກໍ່ພົ້ນເດັ່ນຈາກອົງການສະໜອງດັດຊະນີ, ການກະທຳນີ້ອາດຈະດຶງດູດເງິນເປັນຈຳນວນນັບພັນຕື້ USD ເຂົ້າມາລົງທຶນຕະຫຼາດຫຼັກຊັບພາຍໃນປະເທດ.
ບົດຂຽນໄດ້ເອົາລົງໃນ ເວັບໄຊຂອງ ໜັງສືພິມ Financial Times (ພາບປະກອບ: Financial Times)
ພາຍຫຼັງອົງການຈັດອັນດັບ FTSE Russell ແຈ້ງການຍົກລະດັບ ຫວຽດນາມ  ຂຶ້ນເປັນການຕະຫຼາດແລກປ່ຽນຫາກໍ່ພົ້ນເດັ່ນຂຶ້ນຢ່າງເປັນທາງການ, ໃນວັນທີ 8 ຕຸລານັກຮຽນຮູ້ ແລະ ສື່ມວນຊົນ ອັງກິດ ໄດ້ມີການຕີລາຄາທີ່ຕັ້ງໜ້າກ່ຽວກັບບັນຫານີ້. ໜັງສືພິມ Financial Times, ໜັງສືພິມແຖວໜ້າໂລກ ໃນຂົງເຂດການເງິນ, ໄດ້ລົງຂ່າວວ່າ ເປັນຄັ້ງທຳອິດ ທີ່ຫວຽດນາມ ໄດ້ຮັບການຍົກລະດັບຂຶ້ນເປັນຕະຫຼາດແລກປ່ຽນຫາກໍ່ພົ້ນເດັ່ນຈາກອົງການສະໜອງດັດຊະນີ, ການກະທຳນີ້ອາດຈະດຶງດູດເງິນເປັນຈຳນວນນັບພັນຕື້ USD ເຂົ້າມາລົງທຶນຕະຫຼາດຫຼັກຊັບພາຍໃນປະເທດ. ໃນຂະນະນັ້ນ, ທ່ານ Bill Hayton ນັກຄົ້ນຄ້ວາ ໂຄງການອາຊີ ຢູ່ສະຖາບັນຄົ້ນຄ້ວາ ພະບໍລົມວົງສານຸວົງ ອັງກິດ ກ່ຽວກັບບັນດາບັນຫາສາກົນ Chatham House, ຖືວ່າການຍົກລະດັບນີ້ມີຄວາມໝາຍທີ່ສຸດຕໍ່ຫວຽດນາມ ແມ່ນບາດກ້າວມຸ່ງໄປເຖິງການໄດ້ຮັບຖືວ່າແມ່ນພື້ນຖານເສດຖະກິດສາກົນ.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີຊີ້ນຳ: ບໍ່ປະໃຫ້ປະຊາຊົນຂາດແຄນອາຫານ, ເຄື່ອງນຸ່ງ, ຫິວ ແລະ ໜາວຢ່າງເດັດຂາດ

ນາຍົກລັດຖະມົນຕີຊີ້ນຳ: “ບໍ່ປະໃຫ້ປະຊາຊົນຂາດແຄນອາຫານ, ເຄື່ອງນຸ່ງ, ຫິວ ແລະ ໜາວຢ່າງເດັດຂາດ”

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ລະດົມທຸກແຫຼ່ງກຳລັງໜູນຊ່ວຍປະຊາຊົນບັນດາເຂດຖືກໄພທຳມະຊາດແກ້ໄຂຜົນຮ້າຍຢ້ອນຫຼັງ, ຮັບປະກັນຊີວິດການເປັນຢູ່ໃຫ້ເປັນປົກກະຕິໂດຍໄວ.

Top