• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປາດຖະໜາຢາກຮ່່ຳຮຽນເອົາບົດຮຽນພັດທະນາຕະຫຼາດຊັບສິນດີຈີຕອນ

ການພັດທະນາຕະຫຼາດຊັບສິນດີຈີຕອນ ບໍ່ພຽງແຕ່ສ້າງສະໜາມທີ່ເປັນມືອາຊີບໃຫ້ບັນດານັກລົງທຶນ, ປະຊາຊົນເທົ່ານັ້ນ, ຫາກຍັງແມ່ນຊ່ອງດຶງດູດແຫຼ່ງການເງິນ, ປະກອບສ່ວນພັດທະນາເສດຖະກິດຂອງ ຫວຽດນາມ.
ທີ່ການຕ້ອນຮັບ (ພາບ: VGP)

ຫວຽດນາມ ປາດຖະໜາຢາກຮ່່ຳຮຽນເອົາບົດຮຽນພັດທະນາຕະຫຼາດຊັບສິນດີຈີຕອນ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາຄູ່ຮ່ວມມື ເພື່ອພັດທະນາຕະຫຼາດຊັບສິນດີຈີຕອນ. ນີ້ແມ່ນຄຳເນັ້ນໜັກຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ດຶກເຟີກ ໃນການຕ້ອນຮັບ ແລະ ເຮັດວຽກກັບທ່ານ Marco Dal Lago, ຮອງປະທານຜູ້ຮັບຜິດຊອບການພັດທະນາ ແລະ ຄູ່ຮ່ວມມືທົ່ວໂລກ ກຸ່ມບໍລິສັດ Tether, ໃນຕອນບ່າຍວັນທີ 09 ຕຸລາ, ຢູ່ ຮ່າໂນ້ຍ.

        ຕາມທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟີກ ແລ້ວ, ການພັດທະນາຕະຫຼາດຊັບສິນດີຈີຕອນ ບໍ່ພຽງແຕ່ສ້າງສະໜາມທີ່ເປັນມືອາຊີບໃຫ້ບັນດານັກລົງທຶນ, ປະຊາຊົນເທົ່ານັ້ນ, ຫາກຍັງແມ່ນຊ່ອງດຶງດູດແຫຼ່ງການເງິນ, ປະກອບສ່ວນພັດທະນາເສດຖະກິດຂອງ ຫວຽດນາມ. ສະນັ້ນ, ທ່ານໄດ້ເຈາະຈິ້ມເລື່ອງ ກຸ່ມບໍລິສັດ Tether ອາດສາມາດຄົ້ນຄວ້າໂອກາດ, ຜັນຂະຫຍາຍການຮ່ວມມືກັບວິສາຫະກິດໃຫຍ່ຂອງ ຫວຽດນາມ ເພື່ອພັດທະນາຕະຫຼາດຊັນສິນດີຈີຕອນ.

        ສ່ວນທ່ານ Marco Dal Lago ເນັ້ນໜັກວ່າ ດ້ວຍເຕັກໂນໂລຊີທັນສະໄໝ, ລາຍຈ່າຍເໝາະສົມ ແລະ ບົດຮຽນການເຄື່ອນໄຫວບັນລຸຜົນສຳເລັດ, ກຸ່ມບໍລິສັດ Tether ສາມາດຮ່ວມມືກັບ ຫວຽດນາມ ເພື່ອພັດທະນາ ແລະ ແກ້ໄຂບັນດາການທຸລະກິດໃນຂົງເຂດນີ້ໄດ້ເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)

ສະພາສູງ ອາເມລິກາ ສືບຕໍ່ຕົກເຂົ້າສູ່ສະພາບບໍ່ມີທາງອອກໃນການຮັບຮອງເອົາງົບປະມານຊົ່ວຄາວ

ສະພາສູງ ອາເມລິກາ ສືບຕໍ່ຕົກເຂົ້າສູ່ສະພາບບໍ່ມີທາງອອກໃນການຮັບຮອງເອົາງົບປະມານຊົ່ວຄາວ

ດ້ວຍຈຳນວນບັດເຫັນດີ 54 ບັດແລະ ບັດຄ້ານ 45 ບັດ, ສະພາສູງບໍ່ສາມາດຮັບຮອງເອົາຂໍ້ສະເໜີຂອງພັກສາທາລະນະທີ່ຍົກອອກມາ ເພື່ອສະໜອງງົບປະມານໃຫ້ແກ່ລັດຖະບານຮອດກາງເດືອນ ພະຈິກ.

Top