• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ອົງ​ການ​ສາ​ກົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ໜູນ​ຊ່ວຍ​​ປະ​ຊາ​ຊົນ​ເຂດ​ນ້ຳ​ຖ້ວມ​ພາຍຫຼັງ​ພາ​ຍຸ Matmo ໂດຍ​ດ່ວນ

ຕາມທ່ານຮອງລັດຖະມົນຕີ ຫງວຽນຮ່ວາງຮຽບແລ້ວ, ນັບແຕ່ຕົ້ນປີມາຮອດປັດຈຸບັນ, ຫວຽດນາມ ໄດ້ຜ່ານຜ່າໄພທຳມະຊາດກ່ວາ 20 ຮູບແບບ, ໃນນັ້ນມີ ພາຍຸ 6 ລູກທີ່ສົ່ງກໍ່ຜົນກະທົບໂດຍກົງເຖິງດິນຕໍ່ແຜ່ນ. ໄລ່ມາຮອດປັດຈຸບັນ, ໄພທຳມະຊາດ ໄດ້ເຮັດໃຫ້ມີ238 ຄົນເສຍຊີວິດ, ຜູ້ຖືກບາດເຈັບເກືອບ 400 ຄົນ.
ທ່ານຮອງລັດຖະມົນຕີ ຫງວຽນຮ່ວາງຮຽບ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: congly.vn)

ຕອນບ່າຍວັນທີ 9 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມໄດ້ຈັດກອງປະຊຸມກັບບັນດາຄູ່ຮ່ວມມືຫຼຸດຜ່ອນຄວາມສ່ຽງໄພທຳມະຊາດ (DRRP),  ເພື່ອແນໃສ່ແບ່ງປັນຂໍ້ມູນກ່ຽວກັບສະພາບການນ້ຳຖ້ວມພາຍຫຼັງພາຍຸ ແລະ ປຶກສາຫາລືບັນດາມາດຕະການໜູນຊ່ວຍໂດຍດ່ວນ. ຕາມທ່ານຮອງລັດຖະມົນຕີ ຫງວຽນຮ່ວາງຮຽບແລ້ວ, ນັບແຕ່ຕົ້ນປີມາຮອດປັດຈຸບັນ, ຫວຽດນາມ ໄດ້ຜ່ານຜ່າໄພທຳມະຊາດກ່ວາ 20 ຮູບແບບ, ໃນນັ້ນມີ ພາຍຸ 6 ລູກທີ່ສົ່ງກໍ່ຜົນກະທົບໂດຍກົງເຖິງດິນຕໍ່ແຜ່ນ. ໄລ່ມາຮອດປັດຈຸບັນ, ໄພທຳມະຊາດ ໄດ້ເຮັດໃຫ້ມີ238 ຄົນເສຍຊີວິດ, ຜູ້ຖືກບາດເຈັບເກືອບ 400 ຄົນ, ຄາດວ່າຊັບສິນຖືກເສຍຫາຍມີມູນຄ່າປະມານ 1,3 ຕື້ USD. ມີເຮືອນນັບແສນຫຼັງຖືກຖະຫຼົ່ມ, ນ້ຳຖ້ວມ, ເນື້ອທີ່ປູກເຂົ້ານັບພັນເຮັກຕາຖືກນ້ຳຖ້ວມ, ມີໂຮງຮຽນ, ສຸກສາລາ ແລະ ກິດກະຈຳສາທາລະນະ ຫຼາຍແຫ່ງຖືກເປ່ເພ.

ເຂົ້າຮ່ວມກອງປະຊຸມ, ທ່ານນາງ Pauline Tamesis, ຜູ້ປະສານງານຂອງ ສປຊ ປະຈຳ ຫວຽດນາມ ທັງເປັນປະທານຄູ່ຮ່ວມມືຫຼຸດ່ຜອນຄວາມສ່ຽງໄພທຳມະຊາດ ໄດ້ຮຽກຮ້ອງໃຫ້ບັນດາຄູ່ຮ່ວມມືພັດທະນາປະສານສົມທົບເປັນເອກະພາບ, ຜັນຂະຫຍາຍມາດຕະການໜູນຊ່ວຍໂດຍໄວ ແລະ ມີປະສິດທິຜົນທີ່ສຸດໃຫ້ແກ່ປະຊາຊົນເຂດຖືກນ້ຳຖ້ວມ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ລົງ​ກວດ​ກາ​ວຽກ​ງານ​ຮັບ​ມື​ກັບ ພາ​​ຍຸ​ນ້ຳ​ຖ້ວມ​ຢູ່​ເຂດ​ແຄມ​ແມ່​ນ້ຳ​ທີ່ ຮ່າ​ໂນ້ຍ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ລົງ​ກວດ​ກາ​ວຽກ​ງານ​ຮັບ​ມື​ກັບ ພາ​​ຍຸ​ນ້ຳ​ຖ້ວມ​ຢູ່​ເຂດ​ແຄມ​ແມ່​ນ້ຳ​ທີ່ ຮ່າ​ໂນ້ຍ

ທີ່ການລົງກວດກາສະຖານທີ່ຕົວຈິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ນີ້ແມ່ນບັນດາເຂດທີ່ຈຳເປັນ, ຮຽກຮ້ອງໃຫ້ນະຄອນຮ່າໂນ້ຍ ຕ້ອງສົມທົບກັບບັນດາກະຊວງ, ຂະແໜງການ, ຫົວໜ່ວຍທີ່ກ່ຽວຂ້ອງຕິດຕາມການຜັນແປຂອງນ້ຳຖ້ວມຢ່າງໃກ້ຊິດ.

Top