• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ລົງ​ກວດ​ກາ​ວຽກ​ງານ​ຮັບ​ມື​ກັບ ພາ​​ຍຸ​ນ້ຳ​ຖ້ວມ​ຢູ່​ເຂດ​ແຄມ​ແມ່​ນ້ຳ​ທີ່ ຮ່າ​ໂນ້ຍ

ທີ່ການລົງກວດກາສະຖານທີ່ຕົວຈິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ນີ້ແມ່ນບັນດາເຂດທີ່ຈຳເປັນ, ຮຽກຮ້ອງໃຫ້ນະຄອນຮ່າໂນ້ຍ ຕ້ອງສົມທົບກັບບັນດາກະຊວງ, ຂະແໜງການ, ຫົວໜ່ວຍທີ່ກ່ຽວຂ້ອງຕິດຕາມການຜັນແປຂອງນ້ຳຖ້ວມຢ່າງໃກ້ຊິດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງກວດກາວຽກງານຮັບມືກັບ ພາຍຸນ້ຳຖ້ວມຢູ່ເຂດແຄມແມ່ນ້ຳທີ່ ຮ່າໂນ້ຍ (ພາບ: VOV)

ວັນທີ 9 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງກວດກາວຽກງານຮັບມືກັບພາຍຸນ້ຳຖ້ວມຢູ່ບັນດາຕາແສງ ຈຸງຢ້າ, ດາຟຸກ, ນະຄອນຮ່າໂນ້ຍ ເຊິ່ງແມ່ນບ່ອນທີ່ພວມຖືກນ້ຳຖ້ວມເລິກ ຍ້ອນນ້ຳຢູ່ບັນດາແມ່ນ້ຳເພີ່ມຂຶ້ນສູງ. ທີ່ການລົງກວດກາສະຖານທີ່ຕົວຈິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ນີ້ແມ່ນບັນດາເຂດທີ່ຈຳເປັນ, ຮຽກຮ້ອງໃຫ້ນະຄອນຮ່າໂນ້ຍ ຕ້ອງສົມທົບກັບບັນດາກະຊວງ, ຂະແໜງການ, ຫົວໜ່ວຍທີ່ກ່ຽວຂ້ອງຕິດຕາມການຜັນແປຂອງນ້ຳຖ້ວມຢ່າງໃກ້ຊິດ ເພື່ອມີບັນດາແຜນການຮັບມືທີ່ເໝາະສົມ, ນັບທັງຄິດໄລ່ເຖິງວິທີການດີທີ່ສຸດ ເພື່ອເປັນເຈົ້າການໃນການຍົກຍ້າຍປະຊາຊົນ 30.000 ຄົນ ໄປຍັງເຂດປອດໄພ. ທ່ານໃຫ້ຮູ້ວ່າ:

ຖ້າດັດສົມຄວບຄຸມລະດັບແມ່ນ້ຳກົງເປັນຢ່າງດີ ບໍ່ປະໃຫ້ຄັນຄູແຕກ, ບໍ່ປະໃຫ້ນ້ຳລົ້ນນັ້ນ, ຮ່າໂນ້ຍຈະປອດໄພ. ແຕ່ໃນກໍລະນີຄັນຄູແຕກ, ຮ່າໂນ້ຍບໍ່ມີຄວາມປອດໄພ. ວິທີການແມ່ນຕ້ອງກະກຽມພາຫະນະ, ຈັດສົ່ງພາຫະນະຍົກຍ້າຍປະຊາຊົນ 30.000 ຄົນ. ແຈ້ງໃຫ້ປະຊາຊົນຮັບຊາບເພື່ອຍາມໃດກໍ່ກຽມພ້ອມ. ຖ້າຕ້ອງຍົກຍ້າຍ ກອງທັບຈະເຂົ້າໄປໜູນຊ່ວຍທັນທີ, ຊ່ວຍເຫຼືອຜູ້ມີອາຍຸສູງ, ເດັກນ້ອຍ, ຜູ້ມີຄວາມສ່ຽງສູງກ່ວາໝູ່ໃຫ້ອອກໄປກ່ອນ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ອົງ​ການ​ສາ​ກົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ໜູນ​ຊ່ວຍ​​ປະ​ຊາ​ຊົນ​ເຂດ​ນ້ຳ​ຖ້ວມ​ພາຍຫຼັງ​ພາ​ຍຸ Matmo ໂດຍ​ດ່ວນ

ບັນ​ດາ​ອົງ​ການ​ສາ​ກົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ໜູນ​ຊ່ວຍ​​ປະ​ຊາ​ຊົນ​ເຂດ​ນ້ຳ​ຖ້ວມ​ພາຍຫຼັງ​ພາ​ຍຸ Matmo ໂດຍ​ດ່ວນ

ຕາມທ່ານຮອງລັດຖະມົນຕີ ຫງວຽນຮ່ວາງຮຽບແລ້ວ, ນັບແຕ່ຕົ້ນປີມາຮອດປັດຈຸບັນ, ຫວຽດນາມ ໄດ້ຜ່ານຜ່າໄພທຳມະຊາດກ່ວາ 20 ຮູບແບບ, ໃນນັ້ນມີ ພາຍຸ 6 ລູກທີ່ສົ່ງກໍ່ຜົນກະທົບໂດຍກົງເຖິງດິນຕໍ່ແຜ່ນ. ໄລ່ມາຮອດປັດຈຸບັນ, ໄພທຳມະຊາດ ໄດ້ເຮັດໃຫ້ມີ238 ຄົນເສຍຊີວິດ, ຜູ້ຖືກບາດເຈັບເກືອບ 400 ຄົນ.

Top