ຕອນຄ່ຳວັນທີ 11 ມິຖຸນາ, ຕາມເວລາທ້ອງຖິ່ນ, ພາຍຫຼັງເຮືອນບິນລົງຈອດຢູ່ສະໜາມບິນສາກົນ Arlanda ຢູ່ນະຄອນຫຼວງ Stockholm, ຊູແອັດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ລາຊະອານາຈັກ ຊູແອັດ.
ທີ່ການພົບປະ, ຕາງໜ້າຜູ້ຊົງຄຸນວຸດທີປັນຍາຊົນ, ນັກຮຽນຮູ້ ຫວຽດນາມ ປະຈຳ ຊູແອັດປາດຖະໜາຢາກເພີ່ມທະວີການເຊື່ອມຕໍ່ກັບບັນດານັກຊ່ຽວຊານ ພາຍໃນປະເທດ, ສ້າງຄວາມສະດວກໃຫ້ແກ່ການຫັນປ່ຽນ, ໝູນໃຊ້ເຕັກໂນໂລຢີທີ່ກ້າວໜ້າ, ປະກອບສ່ວນພັດທະນາປະເທດຊາດ. ໂດຍຮັບຮູ້ຄວາມສຸດຈິດສຸດໃຈຂອງຊາວຫວຽດນາມ ອາໄສຢູ່ຊູແອັດ, ທ່ານນາຍົກລັດຖະມົນຕີ ຖືວ່າ ປະຊາຄົມຊາວຫວຽດນາມ ອາໄສຢູ່ ເອີລົບເໜືອ ແມ່ນປະຊາຄົມທີ່ມີຄວາມສາມັກຄີ ແລະ ປະສົບຜົນສຳເລັດ, ເຖິງວ່າຈຳນວນນັກຮຽນເຖິງວ່າບໍ່ຫຼາຍ ແຕ່ພວມຮ່ຳຮຽນຢູ່ບັນດາຂະແໜງສຳຄັນຂອງປະເທດຊາດ, ບັນດາບັນຫາເຊິ່ງປະຊາຄົມແບ່ງປັນແລກປ່ຽນ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ:
ເຮົາເຮັດວຽກໃຫ້ແກ່ ຊູແອັດ ກໍ່ຄືເຮັດວຽກໃຫ້ປະເທດເຮົາ. ນີ້ແມ່ນວັດທະນະທຳຫຼັກແຫຼ່ງ, ແມ່ນຄູນຄ່າຂອງຊາດ ຫວຽດນາມ. ພວກເຮົາຕ້ອງສະແດງໃຫ້ເຫັນຈິດໃຈມິດຕະພາບ, ຄວາມສະເໝີພາບ, ການປະກອບສ່ວນຂອງຕົນຕໍ່ປະເທດຊູແອັດ.