ທີ່ການພົບປະ, ຕາງໜ້າຜູ້ຊົງຄຸນວຸດທີປັນຍາຊົນ, ນັກຮຽນຮູ້ ຫວຽດນາມ ປະຈຳ ຊູແອັດປາດຖະໜາຢາກເພີ່ມທະວີການເຊື່ອມຕໍ່ກັບບັນດານັກຊ່ຽວຊານ ພາຍໃນປະເທດ, ສ້າງຄວາມສະດວກໃຫ້ແກ່ການຫັນປ່ຽນ, ໝູນໃຊ້ເຕັກໂນໂລຢີທີ່ກ້າວໜ້າ, ປະກອບສ່ວນພັດທະນາປະເທດຊາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຊູແອັດ
ຕອນຄ່ຳວັນທີ 11 ມິຖຸນາ, ຕາມເວລາທ້ອງຖິ່ນ, ພາຍຫຼັງເຮືອນບິນລົງຈອດຢູ່ສະໜາມບິນສາກົນ Arlanda ຢູ່ນະຄອນຫຼວງ Stockholm, ຊູແອັດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ລາຊະອານາຈັກ ຊູແອັດ.
ທີ່ການພົບປະ, ຕາງໜ້າຜູ້ຊົງຄຸນວຸດທີປັນຍາຊົນ, ນັກຮຽນຮູ້ ຫວຽດນາມ ປະຈຳ ຊູແອັດປາດຖະໜາຢາກເພີ່ມທະວີການເຊື່ອມຕໍ່ກັບບັນດານັກຊ່ຽວຊານ ພາຍໃນປະເທດ, ສ້າງຄວາມສະດວກໃຫ້ແກ່ການຫັນປ່ຽນ, ໝູນໃຊ້ເຕັກໂນໂລຢີທີ່ກ້າວໜ້າ, ປະກອບສ່ວນພັດທະນາປະເທດຊາດ. ໂດຍຮັບຮູ້ຄວາມສຸດຈິດສຸດໃຈຂອງຊາວຫວຽດນາມ ອາໄສຢູ່ຊູແອັດ, ທ່ານນາຍົກລັດຖະມົນຕີ ຖືວ່າ ປະຊາຄົມຊາວຫວຽດນາມ ອາໄສຢູ່ ເອີລົບເໜືອ ແມ່ນປະຊາຄົມທີ່ມີຄວາມສາມັກຄີ ແລະ ປະສົບຜົນສຳເລັດ, ເຖິງວ່າຈຳນວນນັກຮຽນເຖິງວ່າບໍ່ຫຼາຍ ແຕ່ພວມຮ່ຳຮຽນຢູ່ບັນດາຂະແໜງສຳຄັນຂອງປະເທດຊາດ, ບັນດາບັນຫາເຊິ່ງປະຊາຄົມແບ່ງປັນແລກປ່ຽນ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ:
ເຮົາເຮັດວຽກໃຫ້ແກ່ ຊູແອັດ ກໍ່ຄືເຮັດວຽກໃຫ້ປະເທດເຮົາ. ນີ້ແມ່ນວັດທະນະທຳຫຼັກແຫຼ່ງ, ແມ່ນຄູນຄ່າຂອງຊາດ ຫວຽດນາມ. ພວກເຮົາຕ້ອງສະແດງໃຫ້ເຫັນຈິດໃຈມິດຕະພາບ, ຄວາມສະເໝີພາບ, ການປະກອບສ່ວນຂອງຕົນຕໍ່ປະເທດຊູແອັດ.