• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຮຽກຮ້ອງສ້າງແຜນການພັດທະນາເສດຖະກິດໃຫ້ບັນລຸການເຕີບໂຕສອງຕົວເລກໃຫ້ແກ່ປີ 2027

ກ່ຽວກັບແຜນການປີ 2027, ທ່ານນາຍົກລັດຖະມົນຕີໄດ້ເຫັນດີສ້າງມະຕິບໍລິຫານການເຕີບໂຕດ້ວຍທິດນຳ ມີຜູ້ຮັບຜິດຊອບຢ່າງຈະແຈ້ງ, ວຽກງານຈະແຈ້ງ, ຄວາມຄືບໜ້າຈະແຈ້ງ ແລະ ຜົນສົ້ນອອກຈະແຈ້ງ
  ທ່ານນາຍົກລັດຖະມົນຕີ ເລ​ມິງ​ຮຶງ, ກ່າວ​ຄຳ​ເຫັນສະຫຼຸບກອງປະຊຸມ (ພາບ: VNA)  

ກ່າວ​ຄຳ​ເຫັນສະຫຼຸບກອງປະຊຸມກ່ຽວກັບ​ແຜນ​ການເຕີບໂຕປີ 2027 ແລະ ບັນ​ດາ​ມາດ​ຕະ​ການ​ບໍ​ລິ​ຫານ​ໃນ​ຊຸມເດືອນທີ່ຍັງເຫຼືອຂອງປີ 2026, ຈັດ​ຂຶ້ນ​ໃນຕອນບ່າຍວັນ​ທີ 25 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານ ເລ​ມິງ​ຮຶງ, ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ​ສຸມ​ໃສ່​ຢ່າງ​ເຂັ້ມງວດ, ຜັນ​ຂະ​ຫຍາຍ​ຢ່າງ​ຂ້ຽວຂາດບັນ​ດາ​ໜ້າ​ທີ່, ມາດ​ຕະ​ການແກ້ໄຂ​ເພື່ອ​ບັນ​ລຸເປົ້າໝາຍເຕີບໂຕປີ 2026; ສືບຕໍ່ຄວບຄຸມລາຄາ, ໄພເງິນເຟີ້, ​ຮັດ​ແໜ້ນ​ລະ​ບຽບ​ວິ​ໄນການລົງທຶນພາກລັດ ແລະ ​ຍູ້​ແຮງ​ການ​ປ່​ອຍ​ເງິນລົງທຶນ.

ກ່ຽວກັບແຜນການປີ 2027, ທ່ານນາຍົກລັດຖະມົນຕີໄດ້ເຫັນ​ດີ​ສ້າງມະຕິບໍ​ລິ​ຫານ​ການເຕີບໂຕດ້ວຍທິດ​ນຳ ​ມີ​ຜູ້ຮັບຜິດຊອບຢ່າງ​ຈະ​ແຈ້ງ, ວຽກງານ​ຈະ​ແຈ້ງ, ຄວາມ​ຄືບ​ໜ້າ​ຈະ​ແຈ້ງ ແລະ ຜົນສົ້ນ​ອອກ​ຈະ​ແຈ້ງ, ​ຖື​ວິ​ທະ​ຍາ​ສາດ ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນ​ດີ​ຈີຕອນເປັນ​ກຳ​ລັງ​ໜູນເຕີບໂຕ; ຊຸກ​ຍູ້ການພັດທະນາ​ໃນ​ບັນ​ດາ​ຂົງ​ເຂດໃໝ່. ພ້ອມ​ກັນ​ນັ້ນ, ສືບຕໍ່ປະຕິຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ວິ​ສາ​ຫະ​ກິດ, ຮັບປະກັນຄວາມໝັ້ນຄົງດ​້ານ​ພະ​ລັງ​ງານ ແລະ ຮັກສາຄວາມດຸນດ່ຽວ​ໃຫຍ່​ຂອງ​ພື້ນ​ຖານເສດຖະກິດ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ: ພັດທະນາທິດສະດີການປ້ອງກັນຊາດ, ການທະຫານເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃໝ່

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ: ພັດທະນາທິດສະດີການປ້ອງກັນຊາດ, ການທະຫານເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃໝ່

ການຄົ້ນຄວ້າ, ສະຫຼຸບພຶດຕິກຳຕົວຈິງ ແລະ ພັດທະນາທິດສະດີການປ້ອງກັນຊາດ, ການທະຫານ ແມ່ນຄວາມຮຽກຮ້ອງພາວະວິໄສ, ເພື່ອຕອບສະໜອງບັນດາການຜັນແປຂອງສະພາບການໂລກ, ພາກພື້ນ

Top