• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມປຶກສາຫາລືມາດຕະການຊຸກຍູ້ຂະແໜງກົນຈັກ

ຕອນເຊົ້າວັນທີ 24 ກັນຍາ, ທີ່ ນະຄອນຫຼວງຮ່າໂນ້ຍ, ທ່ານຫງວຽນຊັວນຟຸກນາຍົກລັດຖະມົນຕີຫວຽດນາມໄດ້ເປັນປະທານກອງປະຊຸມກ່ຽວກັບບັນດາມາດຕະການຊຸກຍູ້, ພັດທະນາຂະແໜງການກົນຈັກຫວຽດນາມ.ເຂົ້າຮ່ວມກອງປະຊຸມມີ: ທ່ານຈິ່ງດິ້ງຢຸງຮອງນາຍົກລັດຖະມົນຕີຫວຽດນາມ, ການນຳບາງກະຊວງ, ຂະແໜງການແລະທ້ອງຖິ່ນ, ບັນດາອົງການຈັດຕັ້ງສາກົນ, ບັນດານັກຊ່ຽວຊານແລະວິສາຫະກິດພາຍໃນແລະຕ່າງປະເທດ.

ທ່ານຫງວຽນຊັວນຟຸກນາຍົກລັດຖະມົນຕີຫວຽດນາມເປັນປະທານກອງປະຊຸມ 

  ກ່າວໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຈິ່ງດິ້ງຢຸງໄດ້ເນັ້ນໜັກວ່າ: ຂະແໜງກົນຈັກເປັນໜຶ່ງໃນຂະແໜງອຸດສາຫະກຳສຳຄັນ, ເປັນພື້ນຖານ, ກຳລັງໜູນໃຫ້ແກ່ການພັດທະນາຂອງບັນດາປະເທດ, ເປັນຕົ້ນແມ່ນກັບຫວຽດນາມ, ທີ່ພວມຢູ່ໃນຂະບວນວິວັດການຫັນເປັນອຸດສາຫະກຳທັນສະໄໝ. ທ່ານຮອງນາຍົກລັດຖະມົນຕີກໍ່ໄດ້ຢັ້ງຢືນວ່າ: ໃນຊຸມປີຜ່ານມາ, ພັກ, ລັດໄດ້ຖືເປັນສຳຄັນແລະມີບັນດານະໂຍບາຍສົ່ງເສີມຂະແໜງກົນຈັກພັດທະນາແລະ ພາຍໃນປະເທດໄດ້ສ້າງຕັ້ງບາງຂະແໜງກົນຈັກທີ່ມີທ່າແຮງຄື: ກົນຈັກດ້ານ ລົດໃຫ່ຍ, ລົດຈັກ, ເຄື່ອງອາໄຫຼ່.

ໂດຍເນັ້ນໜັກວ່າ: ຄວາມຮຽກຮ້ອງທີ່ຕ້ອງການທີ່ວາງອອກສຳລັບການພັດທະນາຂອງປະເທດຫວຽດນາມແມ່ນຈະຕ້ອງມີຂະແໜງອຸດສາຫະກຳກົນຈັກທີ່ທັນສະໄໝ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມສະເໜີໃຫ້ບັນດາຜູ້ແທນປຶກສາຫາລື, ຕີລາຄາສະພາບການຕົວຈິງຂອງຂະແໜງກົນຈັກໃນປັດຈຸບັນ, ຍົກອອກບັນດາກາລະໂອກາດແລະສິ່ງທ້າທາຍຂອງຂະແໜງ, ບັນດາການກຳນົດທິດ ແລະມາດຕະການຊ່ວຍຂະແໜງກົນຈັກພັດທະນາ, ເປັນຕົ້ນແມ່ນ ສະເໜີບັນດາກົນໄກນະໂຍບາຍເພື່ອສົ່ງເສີມຂະແໜງກົນຈັກພັດທະນາ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top