• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະສັງສັນກັບບັນດາພະນັກງານພັກກິນເບ້ຍບໍານານທີ່ເຄີຍຮັບໃຊ້ລຸງໂຮ່

ຕອນເຊົ້າວັນທີ 28 ສິງຫາ, ຢູ່ສໍານັກງານລັດຖະບານ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດຄົບຮອບ 74 ປີ ແລະ ວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ ຄົບຮອບ 50 ປີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະສັງສັນກັບບັນດາພະນັກງານພັກກິນເບ້ຍບໍານານທີ່ເຄີຍຮັບໃຊ້ລຸງໂຮ່ໂດຍກົງ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະສັງສັນກັບບັນດາພະນັກງານພັກກິນເບ້ຍບໍານານທີ່ເຄີຍຮັບໃຊ້ລຸງໂຮ່ (ພາບ: TTXVN)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສົ່ງຄໍາຢື້ຢາມຖາມຂ່າວ ແລະຄໍາອວຍພອນສຸຂະພາບມາຍັງພະນັກງານພັກກິນເບ້ຍບໍານານທຸກຄົນທີ່ເຄີຍໄດ້ຮັບໃຊ້ປະທານໂຮ່ຈີມິນໂດຍກົງ. ທ່ານນາຍົກລັດຖະມົນຕີຖືວ່າ ບຸກຄົນເຫຼົ່ານັ້ນ ແມ່ນບັນດາແບບຢ່າງທີ່ພົ້ນເດັ່ນຂອງຄວາມຈົ່ງຮັກພັກດີ, ການອຸທິດສ່ວນໃຫ້ແກ່ການປະຕິວັດ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ, ພັກ, ລັດ ຍາມໃດກໍເຄົາລົບ ແລະ ຈົດຈໍາບັນດາຄຸນງາມຄວາມດີ, ການຮັບໃຊ້ຢ່າງສຸດຈິດສຸດໃຈຂອງພະນັກງານພັກກິນເບ້ຍບັນນານທີ່ມີຕໍ່ລຸງໂຮ່.

        ໄລ່ມາຮອດປັດຈຸບັນ, ບັນດາບຸກຄົນເຫຼົ່ານັ້ນ ຍັງຄົງຮັກສາຄຸນນະທາດການປະຕິວັດ, ຄວາມສຸດຈິດສຸດໃຈ ແລະ ມີຄວາມຮັບຜິດຊອບສູງ ເຊິ່ງເປັນແວນແຍງອັນໃສແຈ້ງໃຫ້ແກ່ລູກຫຼານ ແລະ ທ້ອງຖິ່ນ, ສືບຕໍ່ອຸທິດສ່ວນສ້າງສາບ້ານເກີດເມືອງນອນ, ປະເທດຊາດ. ທ່ານນາຍົກລັດຖະມົນຕີ ກໍສະແດງຄວາມເຊື່ອໝັ້ນວ່າ ພວກເພິ່ນ ຈະສືບຕໍ່ຮໍ່າຮຽນຕາມປະທານໂຮ່ຈີມິນ ແລະ ເປັນແວນແຍງອັນໃສແຈ້ງໃນສັງຄົມ.

(ແຫຼ່ງຄັດຈາກ VOV)

ໄຂວັນ​ບຸນ​ແກ່ວງ​ໝາກ​ຄອນ 3 ປະ​ເທດ ຫວຽດ​ນາມ - ລາວ - ຈີນ​ຄັ້ງ​ທີ IX

ໄຂວັນ​ບຸນ​ແກ່ວງ​ໝາກ​ຄອນ 3 ປະ​ເທດ ຫວຽດ​ນາມ - ລາວ - ຈີນ​ຄັ້ງ​ທີ IX

ວັນບຸນແກ່ວາງໝາກຄອນ 3 ປະເທດ ຫວຽດນາມ - ລາວ - ຈີນ ໂດຍບັນດາທ້ອງຖິ່ນ ມີເສັ້ນຊາຍແດນລວມຂອງສາມປະເທດ ຫວຽດນາມ, ລາວ, ຈີນ ໝູນວຽນກັນຈັດຂຶ້ນ.

Top