• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເຮັດວຽກກັບສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ

ທ່ານນາຍົກລັດຖະມົນຕີຖືວ່າ ໃນໄລຍະນີ້ແມ່ນໂອກາດເພື່ອໃຫ້ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ສະແດງໃຫ້ເຫັນເຈດຈຳນົງ, ຈິດໃຈນຳໜ້າ, ຄວາມຄາດຫວັງຢາກບືນຕົວຂຶ້ນ.


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຮັດວຽກກັບສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ

(ພາບ: VGP)


ຕອນເຊົ້າວັນທີ 25 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການເຮັດວຽກກັບສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ກ່ຽວກັບການປະຕິບັດກົດລະບຽບສົມທົບວຽກງານລະຫວ່າງລັດຖະບານ ແລະ ຄະນະບໍລິຫານງານສູນກາງຊາວໜຸ່ມໃນໄລຍະຜ່ານມາ.

      ຕີລາຄາສູງເລື່ອງສູນກາງຄະນະຊາວໜຸ່ມ ໄດ້ປຸກລະດົມບັນດາການເຄື່ອນໄຫວພ້ອມກັບທົ່ວປະເທດຮ່ວມແຮງຮ່ວມໃຈສະກັດກັ້ນຄວບຄຸມໂຄວິດ-19 ໃນໄລຍະຜ່ານມາ, ທ່ານນາຍົກລັດຖະມົນຕີຖືວ່າ ໃນໄລຍະນີ້ແມ່ນໂອກາດເພື່ອໃຫ້ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ສະແດງໃຫ້ເຫັນເຈດຈຳນົງ, ຈິດໃຈນຳໜ້າ, ຄວາມຄາດຫວັງຢາກບືນຕົວຂຶ້ນ, ບໍ່ພຽງແຕ່ໃນວຽກງານຄວບຄຸມໂລກລະບາດເທົ່ານັ້ນ ຫາກນັບທັງທຸກດ້ານໃນຊີວິດເສດຖະກິດ, ສັງຄົມອີກດ້ວຍ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ການຄວບຄຸມໂລກລະບາດ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດ ນັ້ນແມ່ນບັນດາບັນຫາໃຫຍ່ໃນປີນີ້ ຊາວໜຸ່ມໃນທົ່ວປະເທດຕ້ອງຮ່ວມແຮງຮ່ວມໃຈກັນ ແລະ ວາງອອກບັນຫາ: “ເລີ່ມທຸລະກິດໃນຊ່ວງເວລາເກີດໂລກລະບາດໂຄວິດ-19 ແລະ ພາຍຫຼັງໂຄວິດ-19 ຂອງຊາວໜຸ່ມແມ່ນຄືແນວໃດ?”. ທ່ານກ່າວວ່າ:

“ຂ້າພະເຈົ້າສະເໜີໃຫ້ປຸກລະດົມການເຂົ້າຮ່ວມຢ່າງແຮງຂອງສະມາຊິກຊາວໜຸ່ມ, ໄວໜຸ່ມເຂົ້າໃນບັນດາການເຄື່ອນໄຫວປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ຂະຫຍາຍຮູບແບບທີ່ດີ, ວິທີເຮັດທີ່ມີປະສິດທິຜົນ, ລະດົມແຫຼ່ງກຳລັງມີປະສິດທິຜົນ. ຕ້ອງປະກາດໃຊ້ແຜນການຈັດຕັ້ງຮູບແບບຊາວໜຸ່ມ, ນັກສຶກສາອາສາສະໝັກປຸກລະດົມ,ແນະນຳ, ຊ່ວຍເຫຼືອປະຊາຊົນແຈ້ງອາການສຸຂະພາບດ້ວຍຄວາມສະໝັກໃຈ; ເສີມຂະຫຍາຍບັນດາຂໍ້ລິເລີ່ມຂອງສະມາຊິກຊາວໜຸ່ມ,  ໄວໜຸ່ມ, ໂດຍສະເພາະແມ່ນຖັນແຖວປັນຍາຊົນ, ດ້ວຍບັນດາມາດຕະການເຕັກໂນໂລຢີໃໝ່ ແລະ ເໝາະສົມ.”

        ທ່ານນາຍົກລັດຖະມົນຕີກໍ່ຕີລາຄາສູງທ່ານເລຂາຜູ້ທີໜຶ່ງສູນກາງຄະນະຊາວໜຸ່ມ ເລກວ໊ກຟອງ ຈະມີການໂອ້ລົມສົນທະນາໂດຍກົງທາງອອນລາຍກັບຊາວໜຸ່ມໃນທົ່ວປະເທດໃນວັນທີ 26 ມີນາ ດ້ວຍຫົວຂໍ້ວ່າ “ຄວາມມຸ່ງມາດປາດຖະໜາຂອງຊາວໜຸ່ມຫວຽດນາມ”.

(ແຫຼ່ງຄັດຈາກ VOV)


ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top