• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຕ້ອນຮັບການນຳມະຫາວິທະຍາໄລ Harvard Kennedy

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາວ່າ ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ ສືບຕໍ່ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ.


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄຕ້ອນຮັບທ່ານ Douglas Elmendorf, ອະທິການບໍດີມະຫາວິທະຍາໄລ Harvard Kennedy 

(ພາບ: TTXVN)


ຕອນບ່າຍວັນທີ 17 ມັງກອນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Douglas Elmendorf, ອະທິການບໍດີມະຫາວິທະຍາໄລ Harvard Kennedy; ທ່ານ Thomas Valley, ຫົວໜ້າໂຄງການຫວຽດນາມ ຢູ່ມະຫາວິທະຍາໄລ Harvard ແລະ ຜູ້ຕາງໜ້າຂອງມະຫາວິທະຍາໄລ Fulbright ຢູ່ຫວຽດນາມ.

          ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາວ່າ ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ ສືບຕໍ່ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ມະຫາວິທະຍາໄລ Harvard ສືບຕໍ່ຮັກສາໂຄງການການນຳຄຸ້ມຄອງຂັ້ນສູງ, ຊ່ວຍໃຫ້ການນຳຫວຽດນາມ ມີເງື່ອນໄຂແລກປ່ຽນກັບບັນດາສາດສະດາຈານ, ນັກຊ່ຽວຊານຂອງມະຫາວິທະຍາໄລ Harvard; ປະກອບສ່ວນເຂົ້າໃນການສ້າງວິໄສທັດ, ສ້າງແນວຄວາມຄິດໃຫ້ບັນດານັກວາງແຜນນະໂຍບາຍຂັ້ນສູງຂອງຫວຽດນາມ… ທ່ານນາຍົກລັດຖະມົນຕີປາດຖະໜາວ່າ, ຜ່ານການຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ຈະເປີດປະຫວັດສາດໜ້າໃໝ່ໃນການພົວພັນຮ່ວມມືດ້ານການສຶກສາ, ບຳລຸງສ້າງລະຫວ່າງມະຫາວິທະຍາໄລ Harvard ກັບຫວຽດນາມ.

          ສ່ວນທ່ານ Douglas Elmendorf, ອະທິການບໍດີມະຫາວິທະຍາໄລ Harvard Kennedy ໃຫ້ຮູ້ວ່າ, ມະຫາວິທະຍາໄລໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍ ແລະ ຊຸກຍູ້ບັນດາໂຄງການ, ຂໍ້ລິເລີ່ມຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top