• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ

 ຕອນເຊົ້າວັນທີ 13 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເປັນປະທານ ແລະ ການນຳບາງກະຊວງ, ຂະແໜງການ ທີ່ເຮັດວຽກກັບການນຳຫຼັກແຫຼ່ງຂອງຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ.


ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ

(ພາບ: TTXVN) 

ນີ້ແມ່ນການເຮັດວຽກປະຈຳປີລະຫວ່າງລັດຖະບານ ແລະ ສູນກາງຊາວໜຸ່ມ ເພື່ອແນໃສ່ຮັບຟັງຂໍ້ສະເໜີແນະຂອງໄວໜຸ່ມໃນທົ່ວປະເທດ, ຈາກນັ້ນ ສ້າງເງື່ອນໄຂໃຫ້ຊາວໜຸ່ມປະຕິບັດໜ້າທີ່ຂອງຕົນໃຫ້ເປັນຢ່າງດີກວ່າ, ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ.

      ທ່ານນາຍົກລັດຖະມົນຕີໄດ້ເຈາະຈີ້ມວ່າ ການເຮັດວຽກຄວນສຸມໃສ່ເຂົ້າໃນບັນຫາເຊິ່ງຊາວໜຸ່ມທົ່ວປະເທດພວມສົນໃຈໃນປະຈຸບັນ, ໃນນັ້ນມີບັນຫາເລີ່ມທຸລະກິດໃນໝູ່ຊາວໜຸ່ມທີ່ພົບກັບຂໍ້ຕິດຂັດໃດ; ເລື່ອງກາຍເປັນພົນລະເມືອງທົ່ວໂລກໄດ້ວາງອອກແມ່ນຄືແນວໃດສຳລັບໄວໜຸ່ມຫວຽດນາມ; ບັນຫາລະດົມຊາວໜຸ່ມອຸທິດສ່ວນໃຫ້ແກ່ປະເທດຊາດ. ຕີລາຄາສູງສູນກາງຊາວໜຸ່ມຫວຽດນາມ ທີ່ໄດ້ຖືເອົາປີ 2018 ແມ່ນ “ປີໄວໜຸ່ມມີຫົວຄິດປະດິດສ້າງ”, ທ່ານນາຍົກລັດຖະມົນຕີໄດ້ຕັ້ງບັນຫາ ສະນັ້ນ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນຄວນສ້າງເງື່ອນໄຂຄືແນວໃດເພື່ອຊຸກຍູ້ໄວໜຸ່ມໃຫ້ມີຫົວຄິດປະດິດສ້າງ.

(ແຫຼ່ງຄັດຈາກ VOV)


ສະ​ພາ​ສູງ​ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ ສູງ​ລະ​ດັບ​ສະ​ຖິ​ຕິ

ສະ​ພາ​ສູງ​ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ ສູງ​ລະ​ດັບ​ສະ​ຖິ​ຕິ

ຮ່າງກົດໝາຍຍັງໄດ້ຮັບຖືວ່າແມ່ນ ກົດໝາຍມອບສິດດ້ານປ້ອງກັນຊາດ ປີການເງິນ 2026 (NDAA), ແມ່ນໝາກຜົນຂອງການປຶກສາຫາລືລະຫວ່າງບັນດາສະບັບຕ່າງໆໂດຍສະພາຕ່ຳ ແລະ ສະພາສູງຮັບຮອງເອົາກ່ອນນັ້ນ.

Top