• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບຄະນະຄຸ້ມຄອງເຂດເຕັກໂນໂລຢີສູງຮ່ວາລາກ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບ
ຄະນະຄຸ້ມຄອງເຂດເຕັກໂນໂລຢີສູງຮ່ວາລາກ
          ​ຕອນ​ເຊົ້າ​ວັນ​ທີ 16/2, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຄະ​ນະ​ຄຸ້ມ​ຄອງ​ເຂດ​ເຕັກ​ໂນ​ໂລ​ຢີ​ສູງ​ຮ່​ວາ​ລາກ ເພື່ອ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ເຂ​ດ​ເຕັກ​ໂນ​ໂລ​ຢີ​ສູງນີ້. ເຂ​ດ​ເຕັກ​ໂນ​ໂລ​ຢີ​ສູງ ຮ່​ວາ​ລາກ ໄດ້​ຮັບ​ການ​ສ້າງ​ຕັ້ງ​ນັບ​ແຕ່​ປີ 1998 ຢູ່​ເມືອງ ແທກ​ເທີດ ແລະ ເມືອງ ກວກອວ​າຍ, ຮ່າ​ໂນ້ຍ. ພາຍຫຼັງ​ປັບ​ປຸງ​ແຜນ​ຜັງ​​ມາເປັນຫຼາຍ​ເທື່ອ, ປະ​ຈຸ​ບັນ, ​ເຂ​ດ​ເຕັກ​ໂນ​ໂລ​ຢີ​ສູງ ຮ່​ວາ​ລາກ ມ​ີ​ເນື້ອ​ທີ່​ເກືອບ 1.600 ha. ຈຸດ​ໝາຍ​ຂອງເຂ​ດ​ເຕັກ​ໂນ​ໂລ​ຢີ​ສູງ ຮ່​ວາ​ລາກ ແມ່ນ​ກາຍ​ເປັນ​ນະ​ຄອນ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ, ຕົວ​ເມືອງ ຊີ​ວະ​ພາບ ແລະ ສະຫຼາດ. ປະ​ຈຸ​ບັນ, ເຂ​ດ​ເຕັກ​ໂນ​ໂລ​ຢີ​ສູງ ຮ່​ວາ​ລາກ ຍັງ​ໃນ​ວິ​ວັດ​ການ​ສ້າງ​ຕັ້ງ​ພື້ນ​ຖານ​ໂຄງ​ລ່າງ​ໃຫ້​ສົມ​ບູນ​ແບບ, ບໍ່​ທັນ​ດຶງ​ດູດ​ນັກ​ລົງ​ທຶນຫຼາຍ.
        ສະ​ຫລຸບ​ການ​ເຮັດ​ວຽກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ໄດ້​ຮຽກ​ຮ້ອງ​ໃຫ້​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ, ຄະ​ນະ​ຄຸ້ມ​ຄອງເຂ​ດ​ເຕັກ​ໂນ​ໂລ​ຢີ​ສູງ ຮ່​ວາ​ລາກ ມີ​ມາດ​ຕະ​ການ​ກຳ​ນົດ​ທິດ​ນັບ​ແຕ່​ໄລ​ຍະ​ຕົ້ນ​ຂອງ​ໂຄງ​ການ. ມີ​ມາດ​ຕະ​ການ​ລະ​ອຽດ​ເພື່ອ​ໃຫ້​ເຂ​ດ​ເຕັກ​ໂນ​ໂລ​ຢີ​ສູງນີ້​ບັນ​ລຸ​ຜົນ​ສຳ​ເລັດ, ດ​ຶງດ​ູດ​ນັກ​ລົງ​ທຶນ​ໄດ້ຫຼາຍ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top