• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:”ຮ່ວມສຳພັນ”ແມ່ນກຸນແຈຜົນສຳເລັດຂອງດົງທາບ

      ຕອນເຊົ້າວັນທີ 19 ທັນວາ ຢູ່ ນະຄອນ ກາວແຫລງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນປີ 2017 ແຂວງ ດົງທາບ ດ້ວຍຫົວຂໍ້ “ດົງທາບ ເອົາໃຈໃສ່ເປັນພິເສດເຖິງການດຶງດູດການຮ່ວມມື, ລົງທຶນ ເຂົ້າໃນຂົງເຂດກະສິກຳ, ປຸງແຕ່ງຜະລິດຕະພັນກະເສດ ແລະ ບັນດາຂົງເຂດກ່ຽວຂ້ອງຮັບໃຊ້ກະສິກຳ.

 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຊົມຮ້ານວາງສະແດງສິນຄ້າ
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາວ່າ: ດົງທາບແມ່ນແບບຢ່າງດີເດັ່ນກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ດ້ວຍຈິດໃຈຮ່ວມເດີນທາງພ້ອມກັບປະຊາຊົນ ແລະ ວິສາຫະກິດໄດ້ສະແດງໃຫ້ເຫັນຜ່ານອຳນາດການປົກຄອງທຸກຂັ້ນ. ທ່ານນາຍົກລັດຖະມົນຕີ ຖືວ່າ: ການຮ່ວມສຳພັນແມ່ນກຸນແຈສຳຄັນ ຊ່ວຍໃຫ້ ດົງທາບ ປະສົບຜົນສຳເລັດ ແລະ ນີ້ແມ່ນບົດຮຽນໃຫ້ແກ່ບັນດາແຂວງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໃນຮູບແບບຮ່ວມສຳພັນລະຫວ່າງການຜະລິດ ແລະ ຕະຫລາດ; ການຮ່ວມສຳພັນລະຫວ່າງບໍລິການ logistic ແລະ ພື້ນຖານໂຄງລ່າງດ້ານຄົມມະນາຄົມ… ກ່ຽວກັບການກຳນົດທິດພັດທະນາສຳລັບ ດົງທາບ ກໍຄືທົ່ວເຂດທົ່ງພຽງແມ່ນ້ຳຂອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:
      “ກ່ອນອື່ນໝົດ ກະສິກຳຕ້ອງໄປຕາມທິດຂຽວ, ສະອາດ, ໂປ່ງໃສ, ແມ່ນໄມ້ງັດຕົ້ນຕໍໃຫ້ແກ່ການພັດທະນາ. ພວກເຮົາຄວນເອົາໃຈໃສ່ເຖິງກະສິກຳເຕັກໂນໂລຊີສູງ, ກະສິກຳອົງຄະທາດ ແລະ ຜັນຂະຫຍາຍຢ່າງແຮງເຕັກໂນໂລຊີປຸງແຕ່ງ, ບັນດາຜະລິດຕະພັນກະສິກຳດຶງດູດວິສາຫະກິດໃຫຍ່ລົງທຶນຫລາຍກວ່າ.”
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top