• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກປາດຖະຫນາຢາກໃຫ້ BIDV ຈັດເຂົ້າບັນຊີລາຍຊື່ທະນາຄານ 25 ແຫ່ງໃຫຍ່ກວ່າໝູ່ຢູ່ອາຊຽນ


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກມອບ​ຫລຽນ​ໄຊ​ແຮງ​ງານ
ຊັ້ນ 2 ໃຫ້ BIDV.

      ຕອນ​ເຊົ້າ​ວັນ​ທີ 15/4 ຢູ່ ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ພິ​ທີ​ສະ​ເຫລີມ​ສະ​ຫລອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ທະ​ນາ​ຄານ​ລົງ​ທຶນ ແລະ ພັດ​ທະ​ນາ​ຫວຽດ​ນາມ (BIDV) (24/4/1954-24/4/2017). ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ຕີ​ລາ​ຄາ​ວ່າ BIDV ໄດ້​ມີ​ການ​ເຕີບ​ໃຫ​ຍ່​ຢ່າງ​ບໍ່​ຢຸດຢັ້ງ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ປະ​ເທດ​ຊາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຖື​ວ່າ ດ້ວຍ​ເຄື່ອງ​ໝາຍ​ການ​ຄ້າ ແລະ ທີ່​ຕັ້ງ​ບົດ​ບາດ​ຂອງ BIDV ໄດ້​ຮັບ​ການຢັ້ງ​ຢືນ​ດ້ວຍ​ຫລາຍ​ລາງວັນ​ໂດຍ​ບັນ​ດາ​ອົງ​ການ​ສາ​ກົນ​ທີ່​ມີ​ຊື່​ສຽງ​ມອບ​ໃຫ້, ພິ​ເສດ​ທະ​ນາ​ຄານ​ໂລກ ຕີ​ລາ​ຄາ​ວ່າ: BIDV ແມ່ນ​ທະ​ນາ​ຄານ​ຜັນ​ຂະ​ຫ​ຍາຍ​ໂຄງ​ການ​ການ​ເງິນ​ກະ​ສິ​ກຳ ເປັນ​ຢ່າງ​ດີ​ທີ່​ສຸດ ໂດຍ​ທະ​ນາ​ຄານ​ໂລກ​ອຸ​ປະ​ຖຳ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຕ່າງ​ປະ​ເທດ​ຢູ່ 6 ປະ​ເທດ, ພິ​ເສດ​ແມ່ນ​ຢູ່ ລາວ ແລະ ກຳ​ປູ​ເຈຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ແຈ້ງ​ຫ​ນ້າ​ທີ່​ຂອງ BIDV ໃນ​ໄລ​ຍະ​ຈະ​ມາ​ເຖິງວ່າ:
        ກ່ຽວ​ກັບ​ຍຸດ​ທະ​ສາດ ແລະ ວິ​ໄສ​ທັດ, BIDV ຕ້ອງ​ແມ່ນ​ທະ​ນາ​ຄານ​ການ​ຄ້າ​ຫຸ້ນ​ສ່ວນ​ໃຫ​ຍ່​ສຸດ​ຢູ່​ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ສະ​ເຫ​ນີ BIDV ຕ້ອງ​ມີ​ຍຸດ​ທະ​ສາດ, ແຜນ​ການ​ໄລ​ຍະ​ກາງ, ປະ​ຈຳ​ປີ ດ້ວຍ​ຫ​ນ້າ​ທີ່, ຄາດ​ໝາຍ​ລະ​ອຽດ​ເພື່ອ​ສູ້​ຊົນ​ຖືກ​ຈັດ​ເຂົ້າ​ໃນ​ຈຳ​ນວນທະ​ນາ​ຄານ​ການ​ຄ້າ 25 ແຫ່ງ​ໃຫ​ຍ່ກວ່າ​ໝູ່​ຢູ່ ອາ​ຊຽນ”.
      ນະ​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກມອບ​ຫລຽນ​ໄຊ​ແຮງ​ງານ ຊັ້ນ 2 ໃຫ້ BIDV. BIDV ກໍ່​ໄດ້​ຮັບ​ນາມ​ມະ​ຍົດ​ອັນ​ສູງ​ສົ່ງ​ຈາກ ລັດ ລາວ, ແລະ ກຳ​ປູ​ເຈຍ. 
(ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top