• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຟ້າມມິນຈິງ ເປັນປະທານກອງປະຊຸມທາງອອນລາຍກັບບັນດາທ້ອງຖິ່ນກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

      ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ຕີລາຄາວ່າ, ສະພາບການໂລກລະບາດສືບຕໍ່ມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ສະນັ້ນບໍ່ຄວນປະໝາດ, ຂາດຄວາມລະມັດລະວັງ.
(ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ທີ່ການເຮັດວຽກ)
      ຕອນບ່າຍວັນທີ 21 ມິຖຸນາ, ໂດຍເປັນປະທານກອງປະຊຸມທາງອອນລາຍກັບ 32 ທ້ອງຖິ່ນກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ຕີລາຄາວ່າ, ສະພາບການໂລກລະບາດສືບຕໍ່ມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ສະນັ້ນບໍ່ຄວນປະໝາດ, ຂາດຄວາມລະມັດລະວັງ. ຕ້ອງປະຕິບັດຍຸດທະສາດວັກຊິນຢ່າງມີປະສິດທິຜົນ; ສ້າງຍຸດທະສາດການສັກວັກຊິນຢູ່ທຸກແຂວງ, ນະຄອນ ແລະ ບັນດາກະຊວງ, ຂະແໜງການຢ່າງລະອຽດ. ມີການປ້ອງກັນ, ສະກັດກັ້ນ, ກວດພົບ ແລະ ແຍກຕົວໂດຍໄວ, ປິ່ນປົວຢ່າງມີປະສິດທິຜົນ, ເຮັດໃຫ້ສະພາບການເປັນປົກກະຕິໂດຍໄວ… ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ເນັ້ນໜັກວ່າ:
“ພວກເຮົາຕ້ອງສະກັດກັ້ນ, ຄວບຄຸມ, ຍູ້ການລະບາດຮອບທີ 4 ໃຫ້ຖອຍໄປ ເພື່ອຮັກສາສະພາບການເປັນປົກກະຕິໂດຍໄວ, ນຳປະເທດຊາດກັບຄືນສູ່ສະພາບເປັນປົກກະຕິ, ພວກເຮົາຕ້ອງປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນ, ຕ້ານໂລກລະບາດ ເພື່ອຮັບໃຊ້ໃຫ້ແກ່ການຜະລິດດຳເນີນທຸລະກິດ, ທັງເບິ່ງແຍງດູແລ ປົກປ້ອງສຸຂະພາບໃຫ້ແກ່ປະຊາຊົນແມ່ນເໜືອກວ່າສິ່ງໃດໝົດ. ກ່ອນອື່ນໝົດແມ່ນສຸມໃສ່ໜູນຊ່ວຍໂດຍໄວໃຫ້ແກ່ນະຄອນ ໂຮ່ຈີມິນ, ບັກນິງ, ບັກຢາງ, ບິ່ງເຢືອງ ແລະ ບັນດາເຂດຈຸດສຸມເຊິ່ງໂລກລະບາດພວມແຜ່ລະບາດໃນຮອບນີ້, ໂດຍສະເພາະແມ່ນຢູ່ບັນດາເຂດອຸດສາຫະກຳ”.
(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ຕ້ອງ​ສ້າງສຳເລັດລະບອບລະບຽບການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ

Top