ຕອນເຊົ້າວັນທີ 11 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Tanaka Akihiko, ປະທານອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ສະເໜີໃຫ້ JICA ຄົ້ນຄວ້າການກຳນົດທິດຮ່ວມມືໜູນຊ່ວຍພັດທະນາທາງການ (ODA) ໃນໄລຍະຈະມາເຖິງ, ຄື: ໜູນຊ່ວຍ ຫວຽດນາມ ປະຕິບັດການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ, ໃຫ້ບຸລິມະສິດຈຸດສຸມເຂົ້າໃນການພັດທະນາວິທະຍາສາດ - ເຕັກໂນໂລຊີ, ການປ່ຽນແປງໃໝ່ເຕັກໂນໂລຊີ; ສະໜອງບັນດາບ້ວງເງິນກູ້ຢືມ ODA ລຸ້ນໃໝ່ໃຫ້ ຫວຽດນາມ ດ້ວຍເງື່ອນໄຂໃຫ້ກູ້ຢືມບຸລິມະສິດກວ່າ, ລະບຽບການມີຄວາມໄຫວພິບກວ່າ.
ສ່ວນທ່ານປະທານ Tanaka Akihiko, ໃຫ້ຮູ້ວ່າ JICA ໄດ້ສະເໜີບັນດາການກຳນົດທິດໃໝ່ໃນການຮ່ວມມື ODA ກັບ ຫວຽດນາມ ໃນໄລຍະຈະມາເຖິງ, ຄື: ການພັດທະນາແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງ; ພັດທະນາຂະແໜງອຸດສາຫະກຳ ແລະ ລະບົບສະໜອງ; ສ້າງລະບອບລະບຽບການ, ແຜນນນະໂຍບາຍ ແລະ ການພັດທະນາພື້ນຖານໂຄງລ່າງໃຫ້ສົມບູນແບບ.






