• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຣ່ວມບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມ G20

      ວັນທີ 28 ມິຖຸນາຢູ່ສູນກອງປະຊຸມ Intex ຂອງນະຄອນ Osaka, ປະເທດຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເລີ່ມເຂົ້າຮ່ວມບັນດາການເຄື່ອນໄຫວຂອງກອງປະຊຸມ G20.

ຫງວຽນຊວັນຟຸກ ເຂົ້າຮ່ອມກອງປະຊຸມກ່ຽວກັບເສດຖະກິດດີຊີຕອນ
(ພາບ: TTXVN)
      ພາຍຫຼັງພິທີຕ້ອນຮັບທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍບັນດາການນຳຂັ້ນສູງປະເທດຕ່າງໆ ໄດ້ເຂົ້າຮ່ວມວາລະປຶກສາຫາລືຫົວເລື່ອງສະເພາະກ່ຽວກັບເສດຖະກິດດີຈີຕອນ ໂດຍທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ເປັນປະທານ.
  ໃນວາລະປະຊຸມທາງການຄັ້ງທຳອິດຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍບັນດາການນຳ ໄດ້ປຶກສາຫາລືສະພາບການ, ແງ່ຫວັງເສດຖະກິດ, ການຄ້າ ແລະ ການລົງທຶນທົ່ວໂລກ.
 ກ່າວຄຳເຫັນທີ່ວາລະປະຊຸມກ່ຽວກັບການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງໃນຕອນບ່າຍວັນທີ 28 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຢືນຢັນວ່າ: ຫວຽດນາມ ແລະ ບັນດາປະເທດອາຊຽນ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ G20 ສົ່ງເສີມການການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ຍາດແຍ່ງຜົນປະໂຫຍດຂອງເສດຖະກິດດີຈີຕອນໃຫ້ຫຼາຍທີ່ສຸດ ແຕ່ຍັງຕ້ອງຮັບປະກັນການເຄົາລົບກົດໝາຍສາກົນ ແລະ ກົດໝາຍພາຍໃນປະເທດ. ໃນຕອນຄ່ຳຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍບັນດາການນຳ ໄດ້ເຂົ້າຮ່ວມງານລ້ຽງທາງການຂອງກອງປະຊຸມໂດຍທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ເປັນປະທານ. 
 (ແຫຼ່ງຄັດຈາກ VOV)
 
 
 

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top