• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໃຫ້ການຕ້ອນຮັບປະທານກອງປະຊຸມ COP-26

      ທ່ານປະທານ COP26 ຊົມເຊີຍຄຳໝັ້ນສັນຍາ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງຫວຽດນາມ ທີ່ບັນດາຂອບເຂດຫຼາຍຝ່າຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.
( ພາບ:VOV)
      ຕອນບ່າຍວັນທີ 28 ພຶດສະພາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບທ່ານ Alok Sharma, ລັດຖະມົນຕີລັດຖະບານອັງກິດ, ປະທານກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26), ຊື່ງພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານປະທານ COP26 ໄດ້ມອບຈົດໝາຍຂອງທ່ານນາຍົກລັດຖະມົນຕີອັງກິດ Boris Johnson ເຊື້ອເຊີນທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມ COP26 ຈັດຂຶ້ນໃນເດືອນພະຈິກປີ--- 2021 ຢູ່ປະເທດອັງກິດ.
    ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ສະເໜີໃຫ້ ອັງກິດ ຈົ່ງສືບຕໍ່ໜູນຊ່ວຍຫວຽດນາມ ໃນດ້ານການເງິນ, ເຕັກໂນໂລຊີ, ປະສົບການໃນການຫັນປ່ຽນພື້ນຖານເສດຖະກິດມີທາດກາກບອນໜ້ອຍ ແລະ ຍົກສູງຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນສູງ. ລັດຖະບານອັງກິດ ຈົ່ງຊ່ວຍເຫຼືອ, ສ້າງເງື່ອນໄຂກ່ວາອີກ ໃນການສະໜອງວັກຊິນປ້ອງກັນໂຄວິດ 19 ແລະ ພິຈາລະນາເລື່ອງຖ່ອຍຖອດເຕັກໂນໂລຊີການຜະລິດວັກຊິນ.
  ສ່ວນທ່ານປະທານ COP26 Alok Sharma ເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເຮັດວຽກສຳຄັນຂອງລັດຖະບານອັງກິດ ເພື່ອກະກຽມໃຫ້ແກ່ກອງປະຊຸມ COP26. ທ່ານປະທານ COP26 ຊົມເຊີຍຄຳໝັ້ນສັນຍາ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງຫວຽດນາມ ທີ່ບັນດາຂອບເຂດຫຼາຍຝ່າຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ ເພື່ອແນໃສ່ຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ທ່ານຢືນຢັນວ່າອັງກິດ ຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນການຮັບມືກັບ
      ການປ່ຽນແປງຂອງດິນຟ້າອາກາດ, ລວມທັງການຍູ້ໄວການພັດທະນາຂອງຂົງເຂດພະລັງງານຂຽວ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ: ການຫັນເປັນດີຈີຕອນແມ່ນຂົວຕໍ່ເປັນຕາຍລະຫວ່າງແຂວງ ແລະ ຕາແສງໃນຮູບແບບໃໝ່

ທ່ານເລຂາທິການໃຫຍ່ ໂຕເລິມ: ການຫັນເປັນດີຈີຕອນແມ່ນຂົວຕໍ່ເປັນຕາຍລະຫວ່າງແຂວງ ແລະ ຕາແສງໃນຮູບແບບໃໝ່

"ການຫັນເປັນດີຈີຕອນແມ່ນລະບົບເສັ້ນປະສາດສູນກາງ, ແມ່ນຂົວຕໍ່ເປັນຕາຍລະຫວ່າງແຂວງ ກັບ ຕາແສງ ໃນຮູບແບບການເຄື່ອນໄຫວໃໝ່..."

Top