• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ພັນລະຍາ ເປັນເຈົ້າພາບງານລ້ຽງຕ້ອນຮັບເນື່ອງໃນໂອກາດວັນຊາດທີ 2/9

 ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 74 ປີ (02/09/1945 – 02/09/2019), ຕອນຄ່ຳວັນທີ 29 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາໄດ້ເປັນເຈົ້າພາບງານລ້ຽງຕ້ອນຮັບບັນດາເອກອັກຄະລັດຖະທູດ, ອຸປະທູດ, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ພ້ອມກັບບັນດາພັນລະຍາ, ສາມີ ປະຈຳ ຫວຽດນາມ ຢ່າງສົມກຽດ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: chinhphu.vn)

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຂອບໃຈ ແລະ ປາດຖະໜາຢາກສືບຕໍ່ໄດ້ຮັບນ້ຳໃຈອັນດີງາມ, ການສະໜັບສະໜູນອັນລ້ຳຄ່າ, ການຮ່ວມມືຢ່າງມີປະສິດທິຜົນຈາກບັນດາ ເອກອັກຄະລັດຖະທູດ, ອຸປະທູດ, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ພ້ອມກັບບັນດາພັນລະຍາ, ສາມີ ປະຈຳ ຫວຽດນາມ ແລະ ເພື່ອນມິດສາກົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແບ່ງປັນວ່າ:

        “ໃນບັນຍາກາດທີ່ເຕັມໄປດ້ວຍນ້ຳໃຈຖານສະຫາຍອ້າຍນ້ອງມິດຕະພາບໃນມື້ນີ້, ຂ້າພະເຈົ້າຢາກແບ່ງປັນວ່າ: ຄວາມມຸ່ງມາດປາດຖະໜາຢາກມີ “ເອກະລາດ, ເສລີພາບ” ໄດ້ລຸກເປັນໄຟໃນຕະຫລອດວິວັດການຕໍ່ສູ້ຍາດເອົາສິດເອກະລາດ, ສິດຕັດສິນດ້ວຍຕົນເອງຂອງປະເທດ ແລະ ສິດຢາກມີຄວາມຜາສຸກຂອງປະຊາຊົນພວກຂ້າພະເຈົ້າແຕ່ລະຄົນ ແລະ ໃນມື້ນີ້, ໂດຍສືບຕໍ່ການປະຕິວັດຂອງລຸ້ນຕ່າງໆ, ປະຊາຊົນ ຫວຽດນາມ ພວມມີຄວາມຄາດຫວັງຢ່າງຮ້ອນແຮງກ່ຽວກັບ “ສັນຕິພາບ ແລະ ວັດທະນາຖາວອນ” ແລະ ກ້າວຂຶ້ນເຖິງ “ກຽດສະຫງ່າຢ່າງໝັ້ນຄົງເຂັ້ມແຂງ” ຄຽງບ່າຄຽງໄຫຼ່ກັບບັນດາປະເທດມະຫາອຳນາດ, ເພື່ອນມິດຢູ່ 5 ທະວີບໃນໂລກ, ຄືຄວາມຄາດຫວັງກ່ອນທີ່ປະທານ ໂຮ່ຈີມິນ ຈະຈາກໄປກ່ອນນີ້ 50 ປີ. 

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ປີ 2020, ຫວຽດນາມ ເປັນກຽດໄດ້ຮັບ 2 ໜ້າທີ່ສຳຄັນສາກົນໃຫຍ່ ນັ້ນແມ່ນເປັນປະທານ ອາຊຽນ 2020 ແລະ ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021. ນີ້ແມ່ນຄວາມເອກອ້າງທະນົງໃຈ, ແມ່ນຄວາມຄາດຫວັງຂອງປະເທດຊາດ, ແຕ່ກໍ່ແມ່ນຄວາມຮັບຜິດຊອບອັນໃຫຍ່ຫລວງ ເຊິ່ງປະຊາຄົມສາກົນມີຄວາມເຊື່ອໝັ້ນມອບໝາຍໃຫ້ ຫວຽດນາມ.

        ແລະກໍ່ໃນຕອນຄ່ຳວັນທີ 29 ສິງຫາ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຈັດງານລ້ຽງຕ້ອນຮັບເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຫວຽດນາມ.


ນະຄອນ ໂຮ່ຈີມິນ ຈັດງານລ້ຽງຕ້ອນຮັບເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຫວຽດນາມ (ພາບ: ttxvn)

 ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫງວຽນແທ່ງຟອງ ເນັ້ນໜັກວ່າ ກ່ອນນີ້ 74 ປີ, ພາຍໃຕ້ການຊີ້ນຳນຳພາຂອງປະທານ ໂຮ່ຈີມິນ ແລະ ພັກກອມມູນິດ ຫວຽດນາມ, ປະຊາຊົນ ຫວຽດນາມ ໄດ້ດຳເນີນການປະຕິວັດເດືອນ ສິງຫາ ທີ່ຍິ່ງໃຫຍ່ ຍາດເອົາເອກະລາດມາໃຫ້ປະເທດຊາດ, ສະຖາປະນາປະເທດ ຫວຽດນາມ ປະຊາທິປະໄຕສາທາລະນະລັດ ປັດຈຸບັນແມ່ນສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ເປີດສັງກາດໃໝ່ໃຫ້ປະເທດ ຫວຽດນາມ - ສັງກາດຂອງເອກະລາດ, ເປັນເຈົ້າຕົນເອງ, ເສລີພາບ ແລະ ສັງຄົມກ້າວໜ້າ.

        ເນື່ອງໃນໂອກາດນີ້, ທ່ານ ຫງວຽນແທັ່ງຟອງ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງບັນດາເພື່ອນມິດສາກົນທີ່ໄດ້ແບ່ງປັນ, ປະກອບໃຫ້ແກ່ການພັດທະນາຂອງນະຄອນໃນໄລຍະຜ່ານມາຢ່າງແທດຈິງ; ທ່ານສະແດງຄວາມປາດຖະໜາຢາກໃຫ້ບັນດາສະຖານກົງສູນ, ອົງການຈັດຕັ້ງສາກົນ, ວິສາຫະກິດສາກົນ ແລະ ບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານປະຈຳນະຄອນ ໂຮ່ຈີມິນ ສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ, ຮ່ວມມືກັບນະຄອນ ປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດທີ່ໄດ້ວາງອອກຢ່າງມີໄຊ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top