• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກເຮັດວຽກກັບການນຳແຂວງບັກນິງ

      ຕອນບ່າຍວັນທີ 18 ຕຸລາ, ທີ່ການເຮັດວຽກກັບການນຳແຂວງບັກນິງ ເພື່ອແກ້ໄຂບາງເນື້ອໃນສຳຄັນທີ່ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງການພັດທະນາຂອງແຂວງ, ຂອງເຂດ ແລະ ທົ່ວປະເທດ

(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກເຮັດວຽກກັບການນຳແຂວງບັກນິງ)
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃສ່ໃຈວ່າ ບັກນິງ ຄວນສຸມໃສ່ສູ້ຊົນໃຫ້ກາຍເປັນນະຄອນທັນສະໄໝ, ຮັກສາວັດທະນະທຳທີ່ເປັນມູນເຊື້ອ. ທ່ານນາຍົກລັດຖະມົນຕີເຫັນດີກັບຂໍ້ສະເໜີກໍ່ສ້າງບັກນິງ ໃຫ້ກາຍເປັນນະຄອນຂຶ້ນກັບສູນກາງ ແລະ ຮຽກຮ້ອງສ້າງຕັ້ງຄະນະຊີ້ນຳ ດ້ວຍຮ່າງດັດປັບແຜນຜັງໃຫ້ເໝາະສົມ ໂດຍເອົາໃຈໃສ່ເຖິງສະພາບແວດລ້ອມ, ຕົ້ນໄມ້, ເອົາໃຈໃສ່ເຖິງການພັດທະນາເຂດຕົວເມືອງ… ພິເສດ ຕ້ອງຄ່ອຍໆຫັນປ່ຽນແຮງງານຈາກຂະແໜງກະສິກຳໄປສູ່ການບໍລິການ. ພ້ອມກັນນັ້ນ, ແມ່ນຈັດຕັ້ງການກໍ່ສ້າງ, ວາງແຜນຜັງໃຫ້ເປັນຢ່າງດີ ນັບທັງເຂດຕົວເມືອງ, ໝູ່ບ້ານອາຊີບ, ຮັກສາວັດທະນະທຳ, ລະດົມທົ່ວປວງຊົນເຂົ້າຮ່ວມການກໍ່ສ້າງໝູ່ບ້ານອາຊີບ; ວາງແຜນຜັງເຂດຊົນນະບົດຄືນໃໝ່ຕາມທິດທັນສະໄໝ, ສີວິໄລ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top