• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ເປັນເຈົ້າພາບຈັດງານລ້ຽງຮອງຮັບ GMS6-CLV10

ຕອນຄ່ຳວັນທີ 30 ມີນາ, ທີ່ຫໍປະຊຸມແຫ່ງຊາດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ເປັນເຈົ້າພາບຈັດງານລ້ຽງຮອງຮັບກອງປະຊຸມສຸດຍອດຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງຄັ້ງທີ 6 (GMS6) ແລະ ກອງປະຊຸມສຸດຍອດຮ່ວມມືເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10 (CLV 10).

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ເປັນເຈົ້າພາບຈັດງານລ້ຽງຮອງຮັບ GMS6-CLV10
ກ່າວຄຳເຫັນຂ່ຳນັບຮັບຕ້ອນບັນດາຫົວໜ້າຄະນະ, ພັນລະຍາ, ສາມີ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ໃນປະຫວັດສາດແຫ່ງການພັດທະນາຂອງມວນມະນຸດ ແລະ ຂອງແຕ່ລະປະເທດ - ຊົນຊາດ, ບັນດາແມ່ນ້ຳຍາມໃດກໍ່ມີຄວາມໝາຍພິເສດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ບັນດາແມ່ນ້ຳໃນພາກພື້ນ ແລະ ແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ແມ່ນແຫຼ່ງຮ່ວມສຳພັນ, ແມ່ນສາຍເຊື່ອມຕໍ່ທີ່ສະໜິດແໜ້ນຈົນເຖິງຕະຫລອດໄປຂອງບັນດາປະເທດ, ປະຊາຊົນ 6 ປະເທດໃນອະນຸພາກພື້ນຕະຫລອດໄປ. ສິ່ງດັ່ງກ່າວ ຮຽກຮ້ອງບັນດາປະເທດສະມາຊິກຕ້ອງພ້ອມກັນມານະພະຍາຍາມຮັກສາສັນຕິພາບ, ການຮ່ວມມືພັດທະນາ ເພື່ອແນໃສ່ນຳອະນຸພາກພື້ນກາຍເປັນພາກພື້ນທີ່ມີການເຊື່ອມໂຍງເຂົ້າກັບສາກົນ, ມີການພັດທະນາແບບຍືນຍົງ ແລະ ວັດທະນາຖາວອນ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top