• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເລີ່ມເດີນທາງໄປຢ້ຽມຢາມ ນິວຊີແລນ ແລະ ອົດສະຕາລີ ຢ່າງເປັນທາງການ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern, ວັນທີ 11 ມີນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍ ພັນລະຍາ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເລີ່ມການເດີນທາງໄປຢ້ຽມຢາມ ປະເທດ ສາທາລະນະລັດ ນິວຊີແລນ ແຕ່ວັນທີ 11 – 14 ມີນາ ຢ່າງເປັນທາງການ. 

(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເລີ່ມເດີນທາງໄປຢ້ຽມຢາມ ນິວຊີແລນ ແລະ ອົດສະຕາລີ ຢ່າງເປັນທາງການ)

ນີ້ແມ່ນການຢ້ຽມຢາມທາງການ ນິວຊີແລນ ຄັ້ງທຳອິດຂອງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ.

      ການຢ້ຽມຢາມຂອງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ດຳເນີນໃນສະພາບການທີ່ ນິວຊີແລນປາດຖະໜາຢາກເພີ່ມທະວີການພົວພັນກັບຫວຽດນາມກວ່າອີກ, ສະແດງໃຫ້ເຫັນນະໂຍບາຍຖືບົດບາດ ແລະ ທີ່ຕັ້ງຂອງຫວຽດນາມເປັນສຳຄັນໃນພາກພື້ນ; ຜ່ານຫວຽດນາມ ເພື່ອເພີ່ມທະວີການພົວພັນລະຫວ່າງ ນິວຊີແລນ - ອາຊຽນກວ່າອີກ.

      ພາຍຫຼັງການຢ້ຽມຢາມ ນິວຊີແລນແລ້ວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຈະ ເດີນທາງໄປຢ້ຽມຢາມ ອົດສະຕາລີຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານ  ນາຍົກລັດຖະມົນຕີ ອົດສະຕາລີ Malcom Turnbull  ແລະ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ ໃນລະຫວ່າງວັນທີ  14 – 18 ມີນາ ນີ້. ການຢ້ຽມຢາມອົດສະຕາລີຂອງທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກຄັ້ງນີ້ ແມ່ນຂີດໝາຍສຳຄັນໃນການພົວພັນທາງການທູດລະຫວ່າງສອງປະເທດ. ໃນການຢ້ຽມຢາມຄັ້ງນີ້, ສອງປະເທດຈະຍົກລະດັບການພົວພັນໃຫ້ຂຶ້ນສູ່ລະດັບສູງໃໝ່ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 45 ປີຢ່າງເປັນທາງການ.

 (ແຫຼ່ງຄັດຈາກ VOV)


IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top