• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ໄທ ຢ່າງເປັນທາງການ

      ວັນທີ 17 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ນຳໜ້າຄະນະຜູ້ແທນຂັ້ນສູງ ລັດຖະບານ ຫວຽດນາມ ເດີນທາງໄປຢ້ຽມຢາມ ໄທ ຢ່າງເປັນທາງການ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
(ພາບປະກອບ)
      ການຢ້ຽມຢາມ ຖືກດຳເນີນໄປແຕ່ວັນທີ 17 -19 ສິງຫາ, ໂດຍປະຕິບັດຕາມຄຳເຊື້ອເຊີນຂອງທ່ານນາຍົກລັດມົນຕີລາຊະອານາຈັກ ໄທ ປຣາຢຸດ ຈັນໂອຊາ. ນີ້ແມ່ນການຢ້ຽມຢາມໄທ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຖານະເປັນນາຍົກລັດຖະມົນຕີ. ການຢ້ຽມຢາມໄດ້ຮັບການຈັດຕັ້ງໃນສະພາບການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ ສືບຕໍ່ໄດ້ຮັບການປັບປຸງ ແລະ ນັບມື້ນັບດີງາມ. ການຢ້ຽມຢາມ ໄທ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແມ່ນໂອກາດເພື່ອໃຫ້ 2 ປະເທດຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອກໍ່ຄືຫັນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດເປັນລະອຽດ, ນຳການພົວພັນ 2 ປະເທດໃຫ້ພັດທະນາກ່ວາອີກ, ນັບມື້ນັບແທດຈິງ ແລະ ກ້າວເຂົ້າສູ່ລວງເລິກ.
 (ແຫຼ່ງຄັດຈາກ VOV)

ກຳ​ປູ​ເຈຍ ສະ​ເຫຼີມສະຫຼອງວັນ​ຊາດ​ຄົບ​ຮອບ 72 ປີ

ກຳ​ປູ​ເຈຍ ສະ​ເຫຼີມສະຫຼອງວັນ​ຊາດ​ຄົບ​ຮອບ 72 ປີ

ພາຍຫຼັງພິທີເຄົາລົບທຸກຊາດ, ກະສັດ Norodom Sihamoni ໄດ້ວາງພວງມາລາອາໄລຫາບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ...

Top