• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີລາວ

      ຕອນເຊົ້າວັນທີ 5 ຕຸລາ, ຢູ່ສໍານັກງານລັດຖະບານຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການຕ້ອນຮັບ ທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີລາວ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບ ທ່ານ ເພັດ ພົມພິພັກ ລັດຖະມົນຕີ,
ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີລາວ
      ທີ່ການຕ້ອນຮັບ,  ທ່ານ ເພັດ ພົມພິພັກ ໄດ້ ສົ່ງຄໍາແບ່ງເບົາເສົ້າຄວາມສະຫຼົດໃຈຢ່າງສຸດຊື້ງຈາກການນໍາພັກ, ລັດ ແລະ ປະຊາຊົນ ລາວ ມາຍັງ ການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.
        ທ່ານລັດຖະມົນຕີ ເພັດ ພົມພິພັກ ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮັບຊາບ ກ່ຽວກັບສະພາບການເສດຖະກິດ-ສັງຄົມ ຂອງ ລາວ ໃນໄລຍະຜ່ານມາ. ພ້ອມທັງໃຫ້ຮູ້ວ່າ ລັດຖະບານລາວ ປາດຖະໜາວ່າ ລັດຖະບານຫວຽດນາມ ຈະສືບຕໍ່ຮ່ວມມື, ແບ່ງປັນບົດຮຽນໃນການ ບໍລິຫານ, ຄຸ້ມຄອງເສດຖະກິດມະຫາພາກ, ໃນນັ້ນ ມີເລື່ອງສົ່ງນັກຊ່ຽວຊານທີ່ມີຄວາມຊໍານານໄປຮ່ວມມືກັບບັນດານັກຊ່ຽວຊານຂອງລາວ.
        ທ່ານນາຍົກລັກຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງຕໍ່ບັນດາໝາກຜົນທີ່ມີພົ້ນເດັ່ນພໍສົມຄວນຂອງເສດຖະກິດ-ສັງຄົມ ລາວ ໃນໄລຍະຜ່ານມາ ແລະ ເຫັນດີກັບຄໍາສະເໜີຂອງທ່ານລັດຖະມົນຕີ ກ່ຽວກັບເລື່ອງແບ່ງປັນບັນດາບົດຮຽນໃນການຄຸ້ມຄອງ, ພັດທະນາເສດຖະກິດສັງຄົມຂອງຫວຽດນາມ ກັບ ລາວ. ທ່ານນາຍົກລັດຖະມົນຕີມອບໃຫ້ການນໍາບັນດາກະຊວງ, ຂະແໜງການຂອງຫວຽດນາມ ສືບຕໍ່ຍູ້ແຮງການຮ່ວມມືກັບບັນດາກະຊວງ, ຂະແໜງການຂອງລາວ ເພື່ອຊຸກຍູ້ການພັດທະນາເສດຖະກິດຂອງ ລາວ ໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍສະເໜີໃຫ້ບັນດາກະຊວງ, ຂະແໜງການສອງປະເທດ ຈົ່ງຊຸກຍູ້ບັນດາໂຄງການ, ຂໍ້ຕົກລົງ ແລະ ໂຄງການຮ່ວມມືທີ່ພວມຜັນຂະຫຍາຍ, ປະກອບສ່ວນເຂົ້າໃນການຊຸກຍູ້ພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ.
 (ແຫຼ່ງຄັດຈາກ VOV)

ໄຂວັນ​ບຸນ​ແກ່ວງ​ໝາກ​ຄອນ 3 ປະ​ເທດ ຫວຽດ​ນາມ - ລາວ - ຈີນ​ຄັ້ງ​ທີ IX

ໄຂວັນ​ບຸນ​ແກ່ວງ​ໝາກ​ຄອນ 3 ປະ​ເທດ ຫວຽດ​ນາມ - ລາວ - ຈີນ​ຄັ້ງ​ທີ IX

ວັນບຸນແກ່ວາງໝາກຄອນ 3 ປະເທດ ຫວຽດນາມ - ລາວ - ຈີນ ໂດຍບັນດາທ້ອງຖິ່ນ ມີເສັ້ນຊາຍແດນລວມຂອງສາມປະເທດ ຫວຽດນາມ, ລາວ, ຈີນ ໝູນວຽນກັນຈັດຂຶ້ນ.

Top