• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕີລາຄາ: ການປະຕິຮູບລະບຽບການບໍລິຫານປະກອບສ່ວນເຂົ້າຜົນສຳເລັດຂອງປະເທດຊາດ

      ການປະຕິຮູບລະບຽບການບໍລິຫານ ບັນລຸໝາກຜົນຫລາຍດ້ານໃນ 10 ປີຜ່ານມາ ປະກອບສ່ວນເຂົ້າຜົນສຳເລັດຂອງປະເທດຊາດໃນທຸກຂົງເຂດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ເປັນປະທານກອງປະຊຸມ
ພາບ:TTXVN
      ຕອນບ່າຍວັນທີ 18 ມີນາ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຝຸກ ເປັນປະທານກອງປະຊຸມທົ່ວປະເທດ ສະຫລຸບໂຄງການສັງລວມການປະຕິຮູບລະບຽບການບໍລິຫານແຫ່ງລັດ ໄລຍະ 2011 – 2020 ແລະ ສ້າງໂຄງການສັງລວມລະບຽບການບໍລິຫານ ໄລຍະ 2021 -2030 ຈັດຂຶ້ນຕາມຮູບການທາງອອນລາຍ.
ສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຕີລາຄາວ່າ: ການປະຕິຮູບລະບຽບການບໍລິຫານ ບັນລຸໝາກຜົນຫລາຍດ້ານໃນ 10 ປີຜ່ານມາ ປະກອບສ່ວນເຂົ້າຜົນສຳເລັດຂອງປະເທດຊາດໃນທຸກຂົງເຂດ. ສຳລັບ ສາກົນ ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນພື້ນຖານເສດຖະກິດ ມີລະດັບດັດປັບຄະແນນ ແລະ ຈັດອັນດັບບັນດາດັດຊະນີ ແມ່ນຂຶ້ນກັບກຸ່ມດີສຸດທົ່ວໂລກ. ໃນນັ້ນ ລັດຖະບານເອເລກໂຕນິກ ປີ 2020 ຫວຽດນາມ ຖືກຈັດອັນດັບ 86/193 ປະເທດ, ຮັກສາການເພີ່ມຂັ້ນຢ່າງລຽນຕິດນັບແຕ່ປີ 2014 ມາຮອດປະຈຸບັນ.
ການປະຕິຮູບດ້ານບໍລິຫານ ໄດ້ຮັບການກຳນົດວ່າ ແມ່ນຂອດບຸກທະລຸ ຊື່ງໄດ້ຜັນຂະຫຍາຍຢ່າງແຮງຂອງການປະຕິຮູບດ້ານບໍລິຫານ. ພວກເຮົາເຫັນໄດ້ຢ່າງຈະແຈ້ງວ່າ ບົດບາດຂອງລັດຖະບານ ແລະ ອຳນາດການປົກຄອງທຸກຂັ້ນ ໄດ້ຍົກສູງຈິດໃຈຄວາມຮັບຜິດຊອບຕໍ່ກັບປະຊາຊົນ, ສ້າງຄວາມສະດວກໃຫ້ແກ່ປະຊາຊົນ ແລະວິສາຫະກິດ. ບັນດາຄວາມຄຶບກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂອງຫວຽດນາມ ແມ່ນໃຫຍ່ຫລວງຢູ່”
(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top