• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ຕ້ອນຮັບທ່ານ Furukawa Yoshihisa ລັດຖະມົນຕີກະຊວງຍຸຕິທຳຍີ່ປຸ່ນ

ທ່ານລັດຖະມົນຕີກະຊວງຍຸຕິທຳ ຍີ່ປຸ່ນ Furukawa Yoshihisa ຢືນຢັນ ຝ່າຍ ຍີ່ປຸ່ນ ຈະຫນູນຊ່ວຍ ແລະ ແບ່ງປັນບົດຮຽນກັບ ຫວຽດນາມ ໃນບັນດາຂົງເຂດຢ່າງຕັ້ງຫນ້າ, ເປັນຕົ້ນແມ່ນໃນຂົງເຂດຕຸລາການ, ບຳລຸງສ້າງຊັບພະຍາກອນມະນຸດ.

ທ່ານລັດຖະມົນຕີກະຊວງຍຸຕິທຳ ຍີ່ປຸ່ນ Furukawa Yoshihisa ຢືນຢັນ ຝ່າຍ ຍີ່ປຸ່ນ ຈະຫນູນຊ່ວຍ ແລະ ແບ່ງປັນບົດຮຽນກັບ ຫວຽດນາມ ໃນບັນດາຂົງເຂດຢ່າງຕັ້ງຫນ້າ, ເປັນຕົ້ນແມ່ນໃນຂົງເຂດຕຸລາການ, ບຳລຸງສ້າງຊັບພະຍາກອນມະນຸດ.

    

ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ຕ້ອນຮັບທ່ານ Furukawa Yoshihisa ລັດຖະມົນຕີກະຊວງຍຸຕິທຳຍີ່ປຸ່ນ

ຕອນບ່າຍວັນທີ 30 ມິຖຸນາ, ທີ່ການຕ້ອນຮັບທ່ານ Furukawa Yoshihisa ລັດຖະມົນຕີກະຊວງຍຸຕິທຳຍີ່ປຸ່ນ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນ: ລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ສະຫນັບສະຫນູນ ແລະ ສ້າງເງື່ອນໄຂໃຫ້ແກ່ການຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຕຸລາການລະຫວ່າງສອງປະເທດ, ປະກອບສ່ວນແທ້ຈິງເຂົ້າໃນການພັດທະນາຂອງ ຫວຽດນາມ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໃຫ້ນັບມື້ນັບລົງເລິກ, ແທດຈິງ ແລະມີປະສິດທິຜົນ.

ທ່ານນາຍົກລັດຖະມົນຕີ ສະເຫນີ: ທ່ານລັດຖະມົນຕີ ສືບຕໍ່ເອົາໃຈໃສ່ສະຫນັບສະຫນູນ ແລະ ຊຸກຍູ້ພັດທະນາການຮ່ວມມືລະຫວ່າງກະຊວງຍຸຕິທຳສອງປະເທດກວ່າອີກ, ຍູ້ແຮງການຮ່ວມມືໃນວຽກງານຫນູນຊ່ວຍດ້ານກົດໝາຍ, ຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງ, ຫນູນຊ່ວຍຢ່າງມີປະສິດທິຜົນ.

ທ່ານລັດຖະມົນຕີກະຊວງຍຸຕິທຳ ຍີ່ປຸ່ນ Furukawa Yoshihisa ຢືນຢັນ ຝ່າຍ ຍີ່ປຸ່ນ ຈະຫນູນຊ່ວຍ ແລະ ແບ່ງປັນບົດຮຽນກັບ ຫວຽດນາມ ໃນບັນດາຂົງເຂດຢ່າງຕັ້ງຫນ້າ, ເປັນຕົ້ນແມ່ນໃນຂົງເຂດຕຸລາການ, ບຳລຸງສ້າງຊັບພະຍາກອນມະນຸດ, ກໍ່ສ້າງ ແລະ ສ້າງສຳເລັດລະບອບລະບຽບການ, ກົດໝາຍ, ຫັນເປັນດີຈີຕອນ, ສ້າງເງື່ອນໄຂດີສຸດໃຫ້ປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນ ຄືດັ່ງຄຳສະເຫນີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top