ທີ່ການພົບປະກັບ ທ່ານ Narendra Modi, ນາຍົກລັດຖະມົນຕີ ອິນເດຍ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍຍູ້ແຮງການເປີດປະຕູຕະຫຼາດໃຫ້ແກ່ສິນຄ້າຂອງກັນ, ຄົ້ນຄວ້າ ລົງນາມໃນຂໍ້ຕົກລົງດ້ານການຄ້າ 2 ຝ່າຍ; ທ່ານສະເໜີໃຫ້ລັດຖະບານສົ່ງເສີມບັນດາກຸ່ມບໍລິສັດໃຫຍ່ຂອງ ອິນເດຍ ມາລົງທຶນໂດຍມີຄຸນນະພາບສູງເຂົ້າບັນດາໂຄງການໃຫຍ່ຢູ່ ຫວຽດນາມ, ໂດຍສະເພາະແມ່ນບັນດາຂົງເຂດພື້ນຖານໂຄງລ່າງ, ພະລັງງານສີຂຽວ, logistics.
ທີ່ການພົບປະກັນ ທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ, 2 ຝ່າຍໄດ້ເຫັນດີເປີດກວ້າງການຮ່ວມມືດ້ານປ້ອງກັນຊາ, ຄວາມໝັ້ນຄົງຢ່າງແທດຈິງ; ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໃຫ້ຫຼາຍກວ່າອີກ, ໃນນັ້ນ ສ.ເກົາຫຼີ ສະໜັບສະໜູນ, ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກັບ ຫວຽດນາມ ໃນການຈັດປີ APEC 2027 ໃຫ້ປະສົບຜົນສຳເລັດ.
ທີ່ການຕ້ອນຮັບທ່ານ Pedro Sánchez, ນາຍົກລັດຖະມົນຕີ ແອັດສະປາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ປະເທດພ້ອມກັນຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໃຫ້ມີປະສິດທິຜົນ ເພື່ອນຳວົງເງິນການຄ້າ 2 ສົ້ນລື່ນກາຍລະດັບ 8 ຕື້ USD.
ທີ່ການພົບປະກັບ ທ່ານ Mark Carney ນາຍົກລັດຖະມົນຕີ ການາດາ ແລະ ທ່ານ ນາງ Ursula von der Leyen ປະທານຄະນະກຳມະການສະຫະພາບ ເອີລົບ (ອີຢູ). ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເນັ້ນໜັກເຖິງເລື່ອງເພີ່ມທະວີການຮ່ວມມືລະຫວ່າງ CPTPP ແລະ ອີຢູ ມີຄວາມໝາຍສຳຄັນ, ສະນັ້ນ, ຕ້ອງຍູ້ໄວວິວັດການສ້າງຂອບການຮ່ວມມື. ທ່ານກໍ່ໃຫ້ຮູ້ວ່າ ຫວຽດນາມ ພວມກະກຽມຢ່າງລະອຽດລະອໍ ແລະ ປາດຖະໜາຢາກໄດ້ຮັບການສະໜັບສະໜູນ, ການໜູນຊ່ວຍຢ່າງຕັ້ງໜ້າຈາກບັນດາສະມາຊິກ CPTPP.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກໍ່ໄດ້ພົບປະກັບ ທ່ານປະທານາທິບໍດີ ບຣາຊິນ; ທ່ານປະທານາທິບໍດີ ຕວັກກີ; ທ່ານນາຍົກລັດຖະມົນຕີ ອານເຊຣີ; ທ່ານນາຍົກລັດຖະມົນຕີ ມາເລເຊຍ…
ຕອນບ່າຍວັນທີ 22 ພະຈິກ (ຕາມເວລາທ້ອງຖິ່ນ) ທີ່ການພົບປະກັບທ່ານ Antonio Guterres, ເລຂາທິການໃຫຍ່ສະຫະປະຊາຊາດ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະແດງການສະໜັບສະໜູນທັດສະນະ, ວິທີເຂົ້າເຖິງຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ຢູ່ບັນດາວາລະປຶກສາຫາລືຂອງ G20 ປີນີ້, ໂດຍສະເພາະແມ່ນການປະຕິຮູບລະບົບການເງິນສາກົນ, ການຫັນເປັນສີຂຽວ ແລະ ຮັດແຄບຊ່ອງຫວ່າງການພັດທະນາ; ຕີລາຄາສູງຄວາມມານະພະຍາຍາມຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ໃນການຮັບປະກັນ G20 ພັດທະນາ ຕິດພັນກັບບັນດາເປົ້າໝາຍຂອງສະຫະປະຊາຊາດ, ໜູນຊ່ວຍບັນດາປະເທດພວມພັດທະນາ ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ.
ທີ່ການພົບປະກັບທ່ານ Anthony Albanese, ນາຍົກລັດຖະມົນຕີ ອົດສະຕາລີ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ ອົດສະຕາລີ ຕັ້ງໜ້າແລກປ່ຽນບັນດາມາດຕະການ ເພື່ອນຳວົງເງິນການຄ້າ 2 ສົ້ນບັນລຸລະດັບເຕີບໂຕສູງກວ່າ, ບັນລຸເປົ້າໝາຍ 20 ຕື້ USD, ພິເສດແມ່ນການເປີດປະຕູ, ສ້າງຄວາມສະດວກໃຫ້ແກ່ສິນຄ້າຂອງ 2 ຝ່າຍສົ່ງອອກໄປສູ່ຕະຫຼາດຂອງແຕ່ລະປະເທດ.








