• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບ ທ່ານນາງ Audrey Azoulay, ຜູ້ອຳນວຍການໃຫຍ່ອົງການ ອົງການສຶກສາວິທະຍາສາດ ແລະ ວັດທະນະທຳສປຊ

ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ UNESCO ສືບຕໍ່ຮ່ວມເດີນທາງດ້ານວັດທະນະທຳ ແລະ ຊຸກຍູ້ບັນດາຄຸ້ນຄ່າແກ່ນສານຂອງຊາດ ຫວຽດນາມ ອອກສູ່ໂລກ
ທີ່ການຕ້ອນຮັບ (ພາບ: TTXVN)

ຕອນບ່າຍວັນທີ 28 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ຕ້ອນຮັບທ່ານນາງ Audrey Azoulay, ຜູ້ອຳນວຍການໃຫຍ່ອົງການ  ອົງການສຶກສາວິທະຍາສາດ ແລະ ວັດທະນະທຳສປຊ (UNESCO), ເນື່ອງໃນໂອກາດທ່ານນາງມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ UNESCO ສືບຕໍ່ຮ່ວມເດີນທາງດ້ານວັດທະນະທຳ ແລະ ຊຸກຍູ້ບັນດາຄຸ້ນຄ່າແກ່ນສານຂອງຊາດ ຫວຽດນາມ ອອກສູ່ໂລກ, ສ້າງວິໄສທັດ ແລະ ການກະທຳໃນການສ້າງ ແລະ ພັດທະນາວັດທະນະທຳ; ໜູນຊ່ວຍບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຂົງເຂດດັ່ງກ່າວ. ທ່ານກໍ່ສະເໜີໃຫ້ທ່ານຜູ້ອຳນວຍການໃຫຍ່ UNESCO ສືບຕໍ່ເອົາໃຈໃສ່ ແລະ ສະໜັບສະໜູນການຈົດຊື່ສຳເນົາເອກະສານເຂດປູຊະນີຍະສະຖານ ແລະ ທິວທັດທຳມະຊາດ ອຽນຕື - ວິງງຽມ - ກົນເຊີນ, ກຽບບາກ ແມ່ນມໍລະດົກໂລກ ທີ່ກອງປະຊຸມຄະນະກຳມະການມໍລະດົກໂລກໃນເດືອນ ກໍລະກົດ ຈະມາເຖິງ.

ສ່ວນທ່ານນາງ Audrey Azoulay ຢືນຢັນວ່າ UNESCO ໄດ້ ແລະ ຈະສືບຕໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນຄວາມມານະພະຍາຍາມສ້າງ ແລະ ພັດທະນາພື້ນຖານວັດທະນະທຳ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳເປັນມູນເຊື້ອ ປະກອບສ່ວນເຂົ້າໃນຄວາມສີວິໄລຂອງມວນມະນຸດ.

(ແຫຼ່ງຄັດຈາກ VOV)

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ

Top