• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ

ໃນຂອບເຂດການຢ້ຽມຢາມ ສປປ ລາວ ເປັນທາງການ, ຕອນບ່າຍວັນທີ 11 ມັງກອນ 2023, ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ. ພາບ: ເຢືອງຢາງ/VNA  

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຊົນເຊີຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ມາຢ້ຽມຢາມ ລາວ ເປັນຄັ້ງທຳອິດໃນຖານະເປັນຜູ້ນຳລັດຖະບານ, ນຳມາໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນ ຫວຽດນາມ - ລາວ; ເນັ້ນໜັກວ່າ, ການຢ້ຽມຢາມຈະປະກອບສ່ວນເພີ່ມທະວີການພົວພັນສະໜິດສະໜົມລະຫວ່າງ 2 ປະເທດໃຫ້ແໜ້ນແຟ້ນກວ່າອີກ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ສະແດງຄວາມດີໃຈຕໍ່ບັນດາຜົນງານອັນໃຫຍ່ຫຼວງ ແລະ ຮອບດ້ານທີ່ປະຊາຊົນ ຫວຽດນາມ ຍາດໄດ້ໃນການພັດທະນາເສດຖະກິດ - ສັງຄົມໃນຊຸມປີຜ່ານມາ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ສະແດງຄວາມຍິນດີທີ່ມາຢ້ຽມຢາມ ລາວ ແລະ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ, ສະຫາຍ ແລະ ເພື່ອນມິດທີ່ສະໜິດສະໜົມຂອງການນຳ ແລະ ປະຊາຊົນ ຫວຽດນາມ; ພ້ອມກັນນັ້ນ, ໄດ້ສົ່ງຄຳອວຍພອນອັນດີງາມຂອງທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ທ່ານປະທານປະເທດ ຫງວຽນຊວນຟຸກ, ປະທານສະພາແຫ່ງຊາດ ເວືອດິ່ງເຫ້ວ ເຖິງສະຫາຍ ທອງລຸນ ສີສຸລິດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຍຸດທະສາດຂອງສອງປະເທດ.

ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍ່ເຫັນດີເປັນເອກະພາບຈະສືບຕໍ່ຊຸກຍູ້ບັນດາໝາກຜົນທີ່ບັນລຸໄດ້ຂອງ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022” ເພື່ອສືບຕໍ່ໂຄສະນາເຜີຍແຜ່ກ່ຽວກັບຮີດຄອງປະເພນີຂອງການພົວພັນພິເສດ ຫວຽດນາມ - ລາວ, ໂດຍສະເພາະແມ່ນລຸ້ນໜຸ່ມຂອງສອງປະເທດ.

ປະຕິບັດ: VNA/VNP

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top