• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ສິງກະໂປ ອ໋ວາງຢົວເຈ໋ຍ

ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງໝາກຜົນຂອງການເຈລະຈາລະຫວ່າງທ່ານຮອງນາຍົກລັດຖະມົນຕີ ອ໋ວາງຢົວເຈ໋ຍ ແລະ ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ, ສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງສອງປະເທດຄວນຕັ້ງໜ້າຮ່ວມມື.

ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງໝາກຜົນຂອງການເຈລະຈາລະຫວ່າງທ່ານຮອງນາຍົກລັດຖະມົນຕີ ອ໋ວາງຢົວເຈ໋ຍ ແລະ ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ, ສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງສອງປະເທດຄວນຕັ້ງໜ້າຮ່ວມມື.

   

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານຮອງນາຍົກລັດຖະມົນຕີ ສິງກະໂປ ອ໋ວາງຢົວເຈ໋ຍ

ຕອນບ່າຍວັນທີ 12 ກັນຍາ, ທີ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ສິງກະໂປ ອ໋ວາງຢົວເຈ໋ຍ ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ສິງກະໂປ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ມີປະສິດທິຜົນ ແລະ ແທດຈິງຂອງ ຫວຽດນາມ ຢູ່ພາກພື້ນ, ພິເສດແມ່ນກ່ຽວກັບການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາບຳລຸງສ້າງ… ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງໝາກຜົນຂອງການເຈລະຈາລະຫວ່າງທ່ານຮອງນາຍົກລັດຖະມົນຕີ ອ໋ວາງຢົວເຈ໋ຍ ແລະ ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ, ສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງສອງປະເທດຄວນຕັ້ງໜ້າຮ່ວມມື, ໝູນໃຊ້ກາລະໂອກາດໃໝ່ໃຫ້ແກ່ວິວັດການສ້າງໂຄງປະກອບລະບົບສະໜອງຄືນໃໝ່ ແລະ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຂອງການປະຕິວັດອຸດສາຫະກຳ 4.0, ພ້ອມທັງຮັບປະກັນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດໃນວິວັດການພັດທະນາເສດຖະກິດດີຈີຕອນ. ຫວຽດນາມ ຊົມເຊີຍການມີໜ້າຂອງບັນດານັກລົງທຶນ ສິງກະໂປຢູ່ທັງພາກເໜືອ - ພາກກາງ - ພາກໃຕ້ ຫວຽດນາມ; ຢັ້ງຢືນພ້ອມແລ້ວທີ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ສິງກະໂປ ເຄື່ອນໄຫວຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສິງກະໂປ ເພີ່ມທະວີການໜູນຊ່ວຍ ຫວຽດນາມ ໃນບັນດາຂົງເຂດສຳຄັນຄື ເສດຖະກິດດີຈີຕອນ, ການຫັນປ່ຽນດີຈີຕອນ, ພະລັງງານສີຂຽວ, ການເງິນສີຂຽວ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການພັດທະນາແບບຍືນຍົງ…

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top