ຕອນບ່າຍວັນທີ 06 ເມສາ, ຕາມການສະເໜີຂອງຝ່າຍ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ເພື່ອແລກປ່ຽນກ່ຽວກັບສະພາບການພົວພັນ 2 ຝ່າຍ ແລະ ຕີລາຄາບາງບັນຫາພາກພື້ນ, ສາກົນທີ່ຫາກໍພົ້ນເດັ່ນຫວ່າງມໍ່ໆມານີ້.
ທ່ານນາຍົກລັດຖະມົນຕີ ມາເລເຊຍ ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮັບຊາບເລື່ອງ ມາເລເຊຍ ດ້ວຍຖານະເປັນປະທານ ອາຊຽນ 2025 ຈະຈັດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ໃນວັນທີ 10 ເມສາ ຈະມາເຖິງ ເພື່ອແລກປ່ຽນ, ຕີລາຄາສະພາບການ ແລະ ມາດຕະການເພີ່ມທະວີການເຊື່ອມຕໍ່, ການຮ່ວມມືພາຍໃນກຸ່ມ ໃນສະພາວະທີ່ ອາເມລິກາ ປະກາດນະໂຍບບາຍພາສີອາກອນໃໝ່.
ສ່ວນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການແລກປ່ຽນກັບຝ່າຍ ອາເມລິກາ, ໃນນັ້ນ ມີການໂອ້ລົມທາງໂທລະດັບລະຫວ່າງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໃນວັນທີ 04 ເມສາ, ແລກປ່ຽນກ່ຽວກັບບັນດາມາດຕະການແກ້ໄຂຂໍ້ຕິດຄັດ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ມຸ່ງໄປເຖິງການຄ້າຍຸຕິທຳ, ຍືນຍົງ, ສ້າງຜົນປະໂຫຍດຢ່າງກົມກຽວຂອງບັນດາຝ່າຍ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊົມເຊີຍຂໍ້ລິເລີມຂອງ ມາເລເຊຍ ຈັດກອງປະຊຸມລັດຖະມົນຕີກະຊວງເສດຖະກິດ ອາຊຽນ ແລະ ຢືນຢັນວ່າ ຈະຈັດສົ່ງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.