ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມວາລະປຶກສາຫາລື “ເຄືອຂ່າຍອັດສະລິຍະ: ເຊື່ອມຕໍ່ຜ່ານ AI ດ້ວຍຄວາມເປັນເຈົ້າ”
ຕອນເຊົ້າວັນທີ 28 ພຶດສະພາ, ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງອື່ນ, ຈັດຂຶ້ນຢູ່ນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ເຂົ້າຮ່ວມວາລະປຶກສາຫາລື “ເຄືອຂ່າຍອັດສະລິຍະ: ເຊື່ອມຕໍ່ຜ່ານ AI ດ້ວຍຄວາມເປັນເຈົ້າ” ນອນໃນລາຍການຂອງເວທີປາໄສເສດຖະກິດ ອາຊຽນ - ສະພາຮ່ວມມືເຂດອ່າວ (GCC) 2025.
ທີ່ວາລະປຶກສາຫາລື, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, AI ສວມບົດບາດສຳຄັນໃນຍຸດທະສາດອຸດສາຫະກຳຂອງ ຫວຽດນາມ. ໃນຍຸດທະສາດນັ້ນ, ຫວຽດນາມ ປາດຖະໜາຢາກຊຸກຍູ້ການຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງ ແລະ ການຄຸ້ມຄອງ AI.
“ໄປພ້ອມກັບເລື່ອງຊຸກຍູ້, ຂຸດຄົ້ນດ້ານດີ, ຮັບໃຊ້ການແລກປ່ຽນ, ຜະລິດ, ດຳເນີນທຸລະກິດ, ການພັດທະນາເວົ້າລວມນັ້ນ ຕ້ອງຊອກຫາທຸກວິທີເພື່ອຄວບຄຸ້ມດ້ວຍຄວາມປອດໄພ, ສິວິໄລ, ມະນຸດສະທຳ ດ້ວຍຈິດໃຈແມ່ນ ຕ້ອງມີພື້ນຖານໂຄງລ່າງລຸລ່ວງ, ທັນສະໄໝ; ຄຸ້ມຄອງອັດສະລິຍະ ແລະ ມີກົນໄກປອດໂປ່ງ, ຊຸກຍູ້ການພັດທະນາ ແລະ ສາມາດຄວບຄຸ້ມໄດ້”.
ທ່ານນາຍົກລັດຖະມົນຕີປາດຖະໜາວ່າ, ບັນດາປະເທດຮັ່ງມີ, ພັດທະນາ ຕ້ອງມີການໜູນຊ່ວຍ, ຊ່ວຍເຫຼືອບັນດາປະເທດທຸກຍາກ, ບັນດາປະເທດພວມພັດທະນາ ເພື່ອພັດທະນາ AI, ຮັບປະກັນຄວາມກວມລວມ, ຮອບດ້ານ. ທ່ານຖືວ່າ, 3 ພາກພື້ນ ອາຊຽນ - GCC ແລະ ຈີນ ຈະໜູນຊ່ວຍເຊິ່ງກັນແລະກັນ, ເພີ່ມເຕີມໃຫ້ແກ່ກັນເພື່ອເພີ່ມຄວາມແຕກຕ່າງ, ມີໂອກາດພົ້ນເດັ່ນກວ່າ, ສ້າງທ່າແຮງແກ່ງແຍ້ງ, ພ້ອມກັບພັດທະນາ.