• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ຍູ້ໄວລະດັບຄວາມຄືບໜ້າ, ຮັບປະກັນຄຸນນະພາບ, ຕິດພັນກັບການຕ້ານໄພຫຍໍ້ທໍ້, ສະແຫວງຫາຜົນປະໂຫຍດເປັນກຸ່ມໃນການລົງທຶນສາທາລະນະ

      ຕອນເຊົ້າວັນທີ 28 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງໄກທົ່ວປະເທດລະຫວ່າງ ລັດຖະບານ ກັບບັນດາກະຊວງ, ຂະແໜງການ, ອົງການສຳນັກງານຂັ້ນສູນກາງ ແລະ ບັນດາທ້ອງຖິ່ນ ກ່ຽວກັບການຍູ້ແຮງການປ່ອຍເງິນລົງທຶນສາທາລະນະ ປີ 2021. 
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
      ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ: ໄລຍະຜ່ານມາ, ລັດຖະບານ, ນາຍົກລັດຖະມົນຕີ ໄດ້ມີຫຼາຍມາດຕະການຊີ້ນຳຢ່າງຂ້ຽວຂາດ, ລະອຽດ ເພື່ອແນໃສ່ຍູ້ໄວຄວາມຄືບໜ້າໃນການປ່ອຍເງິນລົງທຶນສາທາລະນະ. ລັດຖະບານ, ນາຍົກລັດຖະມົນຕີ ໄດ້ວາງອອກຫຼາຍໜ້າທີ່, ມາດຕະການ, ສູ້ສົນ ອັດຕາປ່ອຍເງິນລົງທຶນໃນປີ 2021 ບັນລຸກ່ວາ 95% ຕາມແຜນການ, ປະກອບສ່ວນສຳຄັນ ເຂົ້າໃນການຟື້ນຟູ ແລະ ພັດທະນາພື້ນຖານເສດຖະກິດ ໃນສະພາບການໂລກລະບາດໂຄວິດ - 19. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ນຳທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ ຈັດຕັ້ງການຄວບຄຸມໂລກລະບາດໂຄວິດ - 19 ໃຫ້ເປັນຢ່າງດີ ເພື່ອມີເງື່ອນໄຂເຄື່ອນໄຫວຄືນ ແລະ ຊຸກຍູ້ການປ່ອຍເງິນລົງທຶນສາທາລະນະ, ຮຽກຮ້ອງກະກຽມຢ່າງລະອຽດໃຫ້ແກ່ບັນດາໂຄງການ, ຖືກຕ້ອງຕາມຈິດໃຈລົງທຶນ ທີ່ມີຈຸດສຸມ,  ລົງທຶນ ແມ່ນເພື່ອການພັດທະນາ. ສືບຕໍ່ກວດກາຄືນລະບອບລະບຽບການເພື່ອປັບປຸງ, ເພີ່ມເຕີມບາງຂໍ້ກຳນົດຢ່າງທັນການ, ເໝາະສົມກັບສະພາບການ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນກວດກາຄືນ, ຫຼຸດຜ່ອນລະບຽບການບໍລິຫານໃນລະດັບສູງສຸດ, ໝູນໃຊ້ເຕັກໂນໂລຢີ, ຍູ້ແຮງການຫັນເປັນດີຈີຕອນ ເພື່ອປະຕິບັດລະບຽບການບໍລິຫານຢ່າງລຸ້ລ່ວງ, ປະຢັດເວລາ ແລະ ຄ່າໃຊ້ຈ່າຍ.
(ແຫຼ່ງຄັດຈາກ VOV)

ລາວ ຈັດ​ພິ​ທີ​ໂຮມ​ຊຸມ​ນຸມ​ມິດ​ຕິງ ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ຄົບ​ຮອບ 70 ປີ

ລາວ ຈັດ​ພິ​ທີ​ໂຮມ​ຊຸມ​ນຸມ​ມິດ​ຕິງ ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ຄົບ​ຮອບ 70 ປີ

ຕອນເຊົ້າວັນທີ 07 ພຶດສະພາ, ຢູ່ຫໍປະຊຸມແຫ່ງຊາດ, ທີ່ນະຄອນຫຼວງ ວຽງຈັນ ໄດ້ດຳເນີນພິທີໂຮມຊຸມນຸມມິດຕິງລະດັບຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະປະຫວັດສາດ ດ້ຽນບຽນຝູ ຄົບຮອບ 70ປີ (07 ພຶດສະພາ 1954 - ວັນທີ 7 ພຶດສະພາ 2024). ເຂົ້າຮ່ວມພິທີ, ມີທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ; ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ; ການນຳ, ອະດີດການນຳພັກ, ລັດລາວ; ກຳລັງປະກອບອາວຸດ ພ້ອມດ້ວຍປະຊາຊົນລາວບັນດາເຜົ່າໄດ້ເຂົ້າຮ່ວມເປັນຈຳນວນຫຼາຍ.

Top