• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຊີ້ນຳສືບຕໍ່ເພີ່ມທະວີການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

      ວັນທີ 7 ພະຈິກ 2021, ຫ້ອງວ່າການລັດຖະບານ ຫາກໍ່ອອກປະກາດໂທລະເລກທາງການ ສົ່ງຄຳເຫັນຊີ້ນຳຂອງ ທ່ານນາຍົກລັດຖະມົນຕີ ກ່ຽວກັບການສືບຕໍ່ເພີມທະວີການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)
      ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຄະນະຊີ້ນຳກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຊີ້ນຳການປະຕິບັດມະຕິເລກທີ 128 ລົງໃນວັນທີ 11 ເດືອນຕຸລາ ປີ 2021 ຂອງ ລັດຖະບານຢ່າງເຂັ້ມງວດ ກ່ຽວກັບການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ; ຊີ້ນຳ, ແນະນຳຄະນະຊີ້ນຳ, ປ້ອງກັນຕ້ານໂລກລະບາດໂຄວິດ - 19 ຢູ່ທຸກຂັ້ນ ກະກຽມວິທີການ, ແຜນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນບໍລິເວນ ຢ່າງມີໄຫວພິບ, ມີວິທະຍາສາດ, ມີປະສິດທິຜົນ. ບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຊີ້ນຳຍົກສູງກຳລັງຄວາມສາມາດລະບົບສາທາລະນະສຸກ, ເປັນຕົ້ນແມ່ນສາທາລະນະສຸກຂັ້ນຮາກຖານ, ພາຍຫຼັງໄດ້ຮັບວັກຊິນຕ້ອງຈັດຕັ້ງການສັກວັກຊິນໂດຍໄວ, ທັນການ ແລະ ມີປະສິດທິຜົນ. ບັນດາກະຊວງ, ຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດ, ຄະນະກຳມະການປະຊາຊົນທຸກຂັ້ນຕ້ອງເພີ່ມທະວີການກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ບັນດາອົງການ, ໜ່ວຍງານ, ອົງການຈັດຕັ້ງ, ວິສາຫະກິດ.
 (ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top