• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຮອງປະທານປະເທດດັ້ງທິງອກທິ້ງຕ້ອນຮັບເອກອັກຄະລັດຖະທູດ ແຟງລັງ

      ກ່າວຄຳເຫັນທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ແຟງລັງ Kari Kahiluoto ໃນຕອນເຊົ້າວັນທີ 10 ຕຸລາ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ຖືວ່າ: ການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ໄດ້ພັດທະນາຢ່າງຕັ້ງຫນ້າ, ພິເສດ ໃນດ້ານການເມືອງ, ການທູດ, ການຄ້າ, ການຮ່ວມມືພັດທະນາ, ການສຶກສາບຳລຸງສ້າງ ແລະ ວິທະຍາສາດເຕັກໂນໂລຊີ. 

ທ່ານນາງຮອງປະທານປະເທດດັ້ງທິງອກທິ້ງຕ້ອນຮັບເອກອັກຄະລັດຖະທູດແຟງລັງ
ພາບ:TTXVN
      ພິເສດ ວົງເງິນການຄ້າສອງສົ້ນໃນ 6 ເດືອນຕົ້ນປີ ບັນລຸກວ່າ 200 ລ້ານ USD, ເພີ່ມຂຶ້ນ 42% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທ່ານນາງຮອງປະທານປະເທດ ຕີລາຄາສູງຂໍ້ສະເຫນີຂອງ ແຟງລັງ ກ່ຽວກັບການສ້າງການພົວພັນຄູ່ຮ່ວມມືຍຸດທະສາດໃນບາງຂົງເຂດຄື: ການສຶກສາ, ປ່ຽນໃຫມ່ຫົວຄິດປະດິດສ້າງ, ເຕັກໂນໂລຊີ, ສື່ສານ, ການຄຸ້ມຄອງນ້ຳ, ປ່າໄມ້ ແລະ ເຕັກໂນໂລຊີສະອາດ ແລະ ຢືນຢັນວ່າ ຂໍ້ລິເລີ່ມນັ້ນແມ່ນມີຄວາມເປັນໄປ ໂດຍອີງໃສ່ການພົວພັນຫລາຍຮູບແບບມີປະສິດທິຜົນ ລະຫວ່າງ ຫວຽດນາມແລະ ແຟງລັງ.
 (ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນຕີ ຫງວຽນວັນຫ່ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.

Top