• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຢ້ຽມຢາມກອງບັນຊາການທະຫານປ້ອງກັນຊາຍແດນ

       ຕອນ​ບ່າຍ​ວັນ​ທີ 3/3, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 28 ປີ ​ແຫ່ງ​ວັນ​ທົ່ວ​ປວງ​ຊົນ​ປ້ອງ​ກັນຊາ​ຍ​ແດນ (3/3/1989-3/3/2017) ​ແລະ 58 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ຂອງ​ກຳລັງ​ປ້ອງ​ກັນຊາ​ຍ​ແດນ ຫວຽດນາມ (3/3/1959-3/3/2017). ນະ​ທີ່​ນີ້ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ເນັ້ນ​ໜັກ​ວ່າ, ພັກ, ລັດ ​ແລະ ປະຊາຊົນ ​ໄດ້​ມອບ​ໜ້າ​ທີ່​ໃຫ້ທະຫານ​ປ້ອງ​ກັນຊາ​ຍ​ແດນຄຸ້ມ​ຄອງ​, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຜືນ​ແຜ່ນດິນ, ຮັບປະກັນຄວາມ​ປອດ​ໄພ​ຢູ່​ເຂດຊາຍ​ແດນທາງບົກ ​ແລະ ທາງ​ທະ​ເລ​. ​ໃນ​ໄລຍະ​ຜ່ານ​ມາ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ໄດ້​ປະຕິບັດ​ໜ້າ​ທີ່​ນີ້​ດີ​ທີ່​ສຸດ. ທະຫານ​ປ້ອງ​ກັນຊາ​ຍ​ແດນ ​ໄດ້​ຕາງໜ້າ​ພັກ, ລັດ ​ແລະ ປະຊາຊົນ​ປະຕິບັດ​ໜ້າ​ທີ່​ການ​ຕ່າງປະ​ເທດ​ປະຊາຊົນ ​ແລະ ການ​ຕ່າງປະ​ເທດ​ລະຫວ່າງ​ກຳລັງ​ປ້ອງ​ກັນຊາ​ຍ​ແດນ ຫວຽດນາມ​ ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ມີ​ເສັ້ນ​ຊາຍ​ແດນດຽວ​ກັນກັບ​ ຫວຽດນາມ ກໍ່​ຄືປະຕິບັດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ​ຢ່າງ​ຖືກຕ້ອງ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ  ​ເຫັນ​ວ່າ​ຢູ່​ບ່ອນ​ໃດ​ມີ​ທະຫານ​ປ້ອງ​ກັນຊາ​ຍ​ແດນ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ບ່ອນ​ນັ້ນ​ກໍ່​ດີກ​ວ່າ, ປະຊາຊົນ​ມີ​ຄວາມ​ເຊື່ອ​ໝັ້ນ​ທະຫານ​ປ້ອງ​ກັນຊາ​ຍ​ແດນ. ທະຫານ​ປ້ອງ​ກັນຊາ​ຍ​ແດນ​ໄດ້ໂຄສະນາ,​ ເຜີຍ​ແຜ່ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ເຖິງ​ໝູ່ປະຊາຊົນຢ່າງ​ຄົບ​ຖ້ວນ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top