• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ມອບຂອງຂວັນໃຫ້ແກ່ວິສາຫະກິດທີ່ມີການປະກອບສ່ວນໃນການຊ່ວຍເຫຼືອປະຊາຄົມ.

      ມີຫຼາຍວິສາຫະກິດ ຫວຽດນາມ ໄດ້ ແລະ ກຳລັງຖືການເຄື່ອນໄຫວກຸສົນ, ສະຫວັດດິການສັງຄົມ ເປັນໜຶ່ງໃນບັນດາຄາດໝາຍທີ່ບໍ່ສາມາດຂາດໄດ້ຂອງການດຳເນີນທຸລະກິດ.

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ມອບຂອງຂວັນໃຫ້ແກ່ວິສາຫະກິດ
      ວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະ ແລະ ມອບຂອງຂວັນຂອງບໍລິສັດຫຸ້ນສ່ວນລົງທຶນວັນຟູ້ - Invest ໂດຍມີມູນຄ່າ 23 ຕື້ດົງ ໃຫ້ບັນດາທ້ອງຖິ່ນຈັດຕັ້ງການເຄື່ອນໄຫວຕ່າງໆເພື່ອປະຊາຄົມ.
            ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງການພັດທະນາ ຂອງປະຊາຄົມວິສາຫະກິດ ຫວຽດນາມ ໃນໄລຍະທີ່ຜ່ານມາ. ມີຫຼາຍວິສາຫະກິດ ຫວຽດນາມ ໄດ້ ແລະ ກຳລັງຖືການເຄື່ອນໄຫວກຸສົນ, ສະຫວັດດິການສັງຄົມ ເປັນໜຶ່ງໃນບັນດາຄາດໝາຍທີ່ບໍ່ສາມາດຂາດໄດ້ຂອງການດຳເນີນທຸລະກິດ. ທ່ານນາງ ຫງວຽນທິກິມເງິນ ຍັງອວຍພອນປະຊາຄົມວິສາຫະກິດ ຫວຽດນາມ ເວົ້າລວມ ແລະ ບໍລິສັດຫຸ້ນສ່ວນລົງທຶນວັນຟູ້ - Invest ເວົ້າສະເພາະ ຈະສືບຕໍ່ປະສົບຜົນສຳເລັດໃນການຜະລິດ ແລະ ດຳເນີນທຸລະກິດ ໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top