• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງ ຮອງປະທານປະເທດ ດັ່ງທິຫງອັກທິ້ງ ເຂົ້າຮ່ວມພິທີປຸກລະດົມ ການແຂ່ງຂັນຮັກຊາດຢູ່ຢາລາຍ

ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອັກທິ້ງ ໄດ້ເຂົ້າຮ່ວມພິທີປຸກລະດົມການແຂ່ງຂັນຮັກຊາດ ປີ 2018 ຢູ່ຢາລາຍ ແລະ ມອບລາງວັນໃຫ້ແກ່ບຸກຄົນ ແລະ ໝູ່ຄະນະດີເດັ່ນຂອງຢາລາຍ

ທ່ານນາງ ດັ້ງທິງອັກທິ້ງ ທີ່ພິທີປຸກລະດົມການແຂ່ງຂັນຮັກຊາດ ປີ 2018 ຢູ່ຢາລາຍ

ຕອນເຊົ້າວັນທີ 15 ມີນາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອັກທິ້ງ ໄດ້ເຂົ້າຮ່ວມພິທີປຸກລະດົມການແຂ່ງຂັນຮັກຊາດ ປີ 2018 ຢູ່ຢາລາຍ ແລະ ມອບລາງວັນໃຫ້ແກ່ບຸກຄົນ ແລະ ໝູ່ຄະນະດີເດັ່ນຂອງຢາລາຍ. ກ່າວຄໍາເຫັນທີ່ພິທີ, ທ່ານນາງຮອງປະທານປະເທດ ດັ້ງທິຫງອັກທິ້ງ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານທີ່ພົ້ນເດັ່ນຂອງແຂວງຢາລາຍ ທີ່ບັນລຸໄດ້ໃນຂະບວນການແຂ່ງຂັນຮັກຊາດໃນໄລຍະຜ່ານມາ. ພ້ອມທັງສະເໜີໃຫ້ແຂວງຢາລາຍ ຄວນເອົາໃຈໃສ່ຢ່າງພິເສດເຖິງການແກ້ໄຂລະບອບນະໂຍບາຍ, ຍ້ອງຍໍໃຫ້ແກ່ຜູ້ມີຄຸນງາມຄວາມດີໃນການປະຕິວັດ ຢ່າງຂາດຂັ່້ນກວ່າອີກ, ເອົາໃຈໃສ່ເຖິງຜູ້ທີ່ມີອິດທິພົນຊື່ສຽງໃນເຂດ ຊົນເຜົ່າສ່ວນໜ້ອຍ, ໃນບັນດາສາສະໜາ. ທ່ານນາງຮອງປະທານປະເທດ ດັ້ງທິຫງອັກທິ້ງເນັ້ນໜັກວ່າ:

        “ສືບຕໍ່ເສີມຂະຫຍາຍວຽກງານໂຄສະນາ, ເຜີຍແຜ່, ພົບເຫັນ ແລະ ແຜ່ຂະຫຍາຍບັນດາແບບຢ່າງທີ່ພົ້ນເດັ່ນໃຫ້ຫຼາຍກວ່າອີກ ໂດຍສະເພາະ ບັນດາແບບຢ່າງແມ່ນ ຜູ້ອອກແຮງງານໂດຍກົງໃນໝູ່ຊາວກະສິກອນ, ກໍາມະກອນ, ພະນັກງານ, ນັກຮົບ, ພິເສດແມ່ນບັນດາແບບຢ່າງໃນການຊ່ວຍເຫຼືອຄົນ, ຊ່ວຍເອົາຊັບສົມບັດ ແລະ ອົງອາດກ້າຫານເສຍຊີວິດເພື່ອຊາດ”.

(ແຫຼ່ງຄັດຈາກ VOV)


ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top