• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ຫຼີຊຽນຫຼົງ​ ນາ​ຍົກ​ລັດ​ຖະ​ມົນ​ຕີສິງ​ກະ​ໂປ: ສິງ​ກະ​ໂປ​ປ​າດ​ຖະ​ໜາຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ​ກັບ​ນະ​ຄອນ ໂຮ່​ຈີ​ມິນ

ຕອນບ່າຍວັນທີ 26 ສິງຫາ, ຢູ່ສຳນັກງານນາຍົກລັດຖະມົນຕີ Istana, ທ່ານ ຫຼີຊຽນຫຼົງ ນາຍົກລັດຖະມົນຕີສິງກະໂປ ໄດ້ໃຫ້ການຕ້ອນຮັບທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ, ແລະ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈີມິນເຊິ່ງພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ສິງກະໂປ.

ທ່ານ ຫຼີຊຽນຫຼົງ ນາຍົກລັດຖະມົນຕີສິງກະໂປ ແລະ ທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ (ພາບ: TTXVN)

ຕອນບ່າຍວັນທີ 26 ສິງຫາ, ຢູ່ສຳນັກງານນາຍົກລັດຖະມົນຕີ Istana, ທ່ານ ຫຼີຊຽນຫຼົງ ນາຍົກລັດຖະມົນຕີສິງກະໂປ ໄດ້ໃຫ້ການຕ້ອນຮັບທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ, ແລະ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈີມິນເຊິ່ງພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ສິງກະໂປ. ທີ່ການຕ້ອນຮັບ, ທ່ານ ຫງວຽນທ້ຽນເຍິນ ໃຫ້ຮູ້ວ່າ ການໄປຢ້ຽມຢາມ ແລະເຮັດວຽກຂອງຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈີມິນຢູ່ ສິງກະໂປ ຄັ້ງນີ້ແມ່ນເພື່ອແນໃສ່ຊຸກຍູ້ບັນດາກາລະໂອກາດການຮ່ວມມື, ແກ້ໄຂຂໍ້ຫຍຸ້ງຍາກ, ສິ່ງຈຳກັດທີ່ໄດ້ຍົກອອກມາກໍ່ຄືການກະກຽມໃຫ້ແກ່ແຜນການພັດທະນາຂອງນະຄອນໂຮ່ຈີມິນໃນ 5 – 10 ປີຈະມາເຖິງ. ທ່ານ ຫງວຽນທຽນເຍິນ ໄດ້ສະເໜີໃຫ້ນະຄອນໂຮ່ຈີມິນ ແລະ ສິງກະໂປອາດຈະໝູນວຽນກັນເປັນເຈົ້າພາບຈັດຕັ້ງກອງປະຊຸມໃນກຸ່ມອາຊຽນກ່ຽວກັບການພັດທະນາຕົວເມືອງແບບຍືນຍົງ, ເຊິ່ງຈຸດສຸມແມ່ນການປ່ຽນແປງຂອງດິນຟ້າອາກາດ, ແບ່ງປັນບົດຮຽນ, ປະສົບການກ່ຽວກັບການ Start up ປະດິດສ້າງ. ຄຽງຄູ່ກັນນັ້ນ, ນະຄອນໂຮ່ຈີມິນກໍ່ປາດຖະໜາວ່າ ສອງຝ່າຍຈະປຶກສາຫາລື, ມຸ່ງໄປເຖິງການລົງນາມໃນບັນດາບົດບັນທຶກຊ່ວຍຈຳກ່ຽວກັບການວາງແຜນຜັງເມືອງ ແລະ ພັດທະນາຕົວເມືອງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສາກົນ.

        ສ່ວນ , ທ່ານ ຫຼີຊຽນຫຼົງ ນາຍົກລັດຖະມົນຕີສິງກະໂປ ກໍ່ມີຄວາມປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຢ່າງຮອບດ້ານກັບນະຄອນໂຮ່ຈີມິນເວົ້າສະເພາະ, ກັບຫວຽດນາມເວົ້າລວມ ໃຫ້ຫຼາຍກ່ວາອີກ. , ທ່ານ ຫຼີຊຽນຫຼົງ ນາຍົກລັດຖະມົນຕີ ສະເໜີໃຫ້ ນະຄອນ ໂຮ່ຈີມິນ ແລະ ບັນດາອົງການທີ່ມີສິດອຳນາດທີ່ກ່ຽວຂ້ອງຂອງສິງກະໂປປຶກສາຫາລື, ແລກປ່ຽນຢ່າງລະອຽດເພື່ອມຸ່ງໄປສູ່ການລົງນາມເຂົ້າໃນບັນດາບົດບັນທຶກຊ່ວຍຈຳໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top