ວັນທີ 03 ເມສາ, ທ່ານ Min Aung Hlaing ຜູ້ນຳໜ້າອຳນາດການປົກຄອງການທະຫານ ມຽນມາ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານາທິບໍດີປະເທດນີ້ ໃນການປ່ອນບັດຢູ່ສະພາແຫ່ງຊາດ. ລະອຽດ, ໝາກຜົນການກວດບັດໄດ້ສະແດງໃຫ້ເຫັນວ່າ ທ່ານ Min Aung Hlaing ໄດ້ຮັບການບັດສະໜັບສະໜູນຢ່າງໜ້ອຍສຸດ 293 ບັດ ໃນຈຳນວນບັດເລືອກຕັ້ງທັງໝົດ 584 ບັດ, ລືນຈຳນວນບັດທີ່ໄດ້ກຳນົດ. ກ່ອນໜ້ານັ້ນ, ວັນທີ 31 ມີນາ, ບັນດາສະມາຊິກລັດຖະສະພາສະພາຕ່ຳ ແລະ ສະພາສູງ ໄດ້ເລືອກຕັ້ງທ່ານ Min Aung Hlaing ແລະ ທ່ານນາງ Nan Ni Ni Aye ດຳລົງຕຳແໜ່ງເປັນຮອງປະທານາທິບໍດີ, ຜ່ານັ້ນ ເປີດທາງໃຫ້ແກ່ເລື່ອງທ່ານ Min Aung Hlaing ສາມາດສືບຕໍ່ກຳອຳນາດພາຍໃຕ້ຖານະເປັນພົນລະເຮືອນ.
ກ່ອນນີ້, ທ່ານ Min Aung Hlaing ເປັນຈອມພົນ. ທ່ານປົກຄອງປະເທດນັບແຕ່ເມື່ອອຳນາດການປົກຄອງຂອງທ່ານນາງ Aung San Suu Kyi ຖືກໂຄ່ນລົ້ມເມື່ອປີ 2021. ຕາມລັດຖະທຳມະນູນ ມຽນມາ, ທ່ານ Min Aung Hlaing ຕ້ອງລາອອກຈາກບັນດາຕຳແໜ່ງທີ່ພວມດຳລົງໃນກອງທັບ ຖ້າກາຍເປັນປະທານາທິບໍດີ.








